ສະພາສູງອາເມລິກາເຊັນອະນຸມັດໃຫ້ທ່ານRex Tillersonເປັນລັດຖະມົນຕີການຕ່າງປະເທດ
ທ່ານ Rex Tillerson (ພາບ: THX/TTXVN)
(vovworld) – ວັນທີ 01/02 ສະພາສູງ ອາເມລິກາ ໄດ້ເຊັນອະນຸມັດຂໍ້ຕົກລົງຂອງທ່ານປະທານາທິບໍດີ Donald Trump ທີ່ແຕ່ງຕັ້ງ ທ່ານ Rex Tillerson ອະດີດປະທານທັງເປັນຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດນ້ຳມັນບໍ່ Exxol Mobil ເປັນລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ຂອງປະເທດນີ້. ທ່ານ Rex Tillerson ອາຍຸ 64 ປີ ເປັນລັດຖະມົນຕີການຕ່າງປະເທດຜູ້ທີ 69 ຂອງ ອາເມລິກາ ແລະ ຮັບດຳລົງຕຳແໜ່ງນີ້ ໃນຈຸດເວລາທີ່ການພົວພັນລະຫວ່າງ ວໍຊິງຕັນ ແລະ ບັນດາປະເທດສຳພັນທະມິດ ກໍ່ຄືຄູ່ຮ່ວມມືສາກົນພວມປະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງ ນັບແຕ່ເມື່ອທ່ານປະທານາທິບໍດີ Donald Trump ຂຶ້ນກຳອຳນາດ.
ແລະໃນວັນດຽວກັນ, ທ່ານ James Mattis ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ທີ່ແກ່ຍາວເປັນເວລາ 2 ວັນ, ຕອນເຊົ້າວັນທີ 02/02 ທ່ານ Mattis ມີການເຈລະຈາກັບຄູ່ຕຳແໜ່ງ ສ.ເກົາຫຼີ ທ່ານ Han Min – koo, ເຂົ້າຢ້ຽມຂ່ຳນັບທ່ານ Hwang kyo – ahn ຜູ້ຮັກສາການປະທານາທິບໍດີ ທັງເປັນນາຍົກລັດຖະມົນຕີ ແລະ ທ່ານ Kim Kwan - jin ທີ່ປຶກສາຄວາມສະຫງົບປອດໄພແຫ່ງຊາດ.