ສະພາເລືອກຕັ້ງແຫ່ງຊາດກວດກາວຽກງານກະກຽມການເລືອກຕັ້ງຢູ່ບາງທ້ອງຖິ່ນ
ທ່ານ ເຈີນກ໋ວກເວື້ອງ, ພ້ອມກັບຄະນະປະຕິບັດງານ
ເຮັດວຽກກັບແຂວງ ແທງຮ໋ວາ
(ພາບ: TTXVN)
(vovworld) - ວັນທີ 04/05, ຄະນະຕິດຕາມກວດກາຂອງສະພາເລືອກຕັ້ງແຫ່ງຊາດ ໂດຍທ່ານ ຟ້າມມິງຈິ໋ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ, ກຳມະການສະພາເລືອກຕັ້ງແຫ່ງຊາດ, ເປັນຫົວໜ້າຄະນະ ໄດ້ດຳເນີນການກວດກາຕິດຕາມກວດກາວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021 ຢູ່ແຂວງວິ້ງຟຸກ. ທ່ານ ຟ້າມມິງຈິ໋ງ ສະເໜີໃຫ້ແຂວງ ປະຕິບັດວຽກງານຊີ້ນຳ, ນຳພາເປັນປະຈຳ ແລະ ຕໍ່ເນື່ອງເພື່ອໃຫ້ວຽກງານເລືອກຕັ້ງບັນລຸປະສິດທິຜົນ. ບັນດາຜູ້ສະໝັກຮັບເລືອກຕັ້ງຕ້ອງໄດ້ຮັບການຝຶກອົບຮົມ ແລະ ກະກຽມທຸກດ້ານ.. ວຽກງານໂຄສະນາຕ້ອງໄດ້ຮັບປະກັນຄວາມຊັດເຈນ, ພາວະວິໄສ, ທັນການ ແລະ ປະຕິບັດຢ່າງຕໍ່ເນື່ອງ.
ແລະກໍໃນວັນດຽວກັນ, ທ່ານ ເຈີນກ໋ວກເວື້ອງ, ຫົວໜ້າຄະນະຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ, ກຳມະການສະພາເລືອກຕັ້ງແຫ່ງຊາດ ພ້ອມກັບຄະນະປະຕິບັດງານໄດ້ມີການເຮັດວຽກກັບແຂວງ ແທງຮ໋ວາ ກ່ຽວກັບການຜັນຂະຫຍາຍວຽກງານເລືອກຕັ້ງໃນໄລຍະຈະມາເຖິງ. ທ່ານ ເຈີນກ໋ວກເວື້ອງ ສະເໜີໃຫ້ແຂວງແທງຮ໋ວາ ຕ້ອງກະກຽມທາງດ້ານວັດຖຸຄື: ຫີບປ່ອນບັດ, ຕິດປະກາດບັນຊີລາຍຊື່ຜູ້ຮັບສະໝັກເລືອກຕັ້ງ, ວຽກງານປ້ອງກັນຄວາມສະຫງົບ, ສາທາລະນະສຸກ…, ເພື່ອກະກຽມໃຫ້ວັນເລືອກຕັ້ງ. ບັນດາສະມາຊິກໃນຄະນະປະຕິບັດງານໄດ້ໃສ່ໃຈແຂວງແທງຮ໋ວາ ເພີ່ມທະວີການຕິດຕາມກວດກາ, ໂຄສະນາ, ຂົນຂວາຍວຽກງານເລືອກຕັ້ງຢູ່ບັນດາເມືອງໃນເຂດຊົນເຜົ່າ, ເຂດມີຊາວຄຼິດເປັນຈຳນວນຫຼາຍ, ພ້ອມທັງຍົກອອກບັນດາມາດຕະການຈັດຕັ້ງການເລືອກຕັ້ງສຳລັບເຂດທີ່ມີຊາວປະມົງໄປຫາປາຢູ່ທະເລເປັນຈຳນວນຫຼວງຫຼາຍ.