(vovworld) - ເລີ່ມແຕ່ວັນທີ 12/11, ຢູ່ທີ່ກອງປະຊຸຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ຈະດຳເນີນການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ. ກອງປະຊຸມຄັ້ງນີ້, ເປັນເທື່ອທຳອິດທີ່ລັດຖະບານຈະລາຍງານກ່ຽວກັບການປະຕິບັດມະຕິຂອງສະພາແຫ່ງຊາດ ກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມຢູ່ກອງປະຊຸມສະໄໝກ່ອນ. ຕາມແຜນການແລ້ວ, ລັດຖະມົນຕີ 4 ທ່ານເຊິ່ງລວມມີ: ລັດຖະມົນຕີກະຊວງອຸດສາຫະກຳການຄ້າ Vu Huy Hoang; ລັດຖະມົນຕີກະຊວງສາທາລະນະສຸກ Nguyen Thi Kim Tien; ລັດຖະມົນຕີກະຊວງກໍ່ສ້າງ Trinh Dinh Dung ແລະ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ Nguyen Van Binh ຈະຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ. ກ່ຽວກັບບັນດາເນື້ອໃນເຊິ່ງສະມາຊິກສະພາແຫ່ງຊາດຈະຊັກຖາມ, ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ Nguyen Hanh Phuc ໃຫ້ຮູ້ວ່າ.
“ຜ່ານບັນດາຄຳຖາມຂອງສະມາຊິກສະພາແຫ່ງຊາດ ທີ່ສົ່ງເຖິງບັນດາລັດຖະມົນຕີ, ພວກຂ້າພະເຈົ້າເຫັນວ່າ ມີບາງບັນຫາພົ້ນເດັ່ນຄື; ຕ້ອງເຮັດແນວໃດເພື່ອແກ້ໄຂສິນຄ້າຄ້າງສາງ, ການຜະລິດດຳເນີນທຸລະກິດທີ່ຊັກຊ້າ, ສະພາບວິສາຫະກິດຖືກຍຸບເລີກຫຼາຍ, ເຮັດແນວໃດເພື່ອໃຫ້ຕະຫຼາດພາຍໃນເຊື່ອມຈອດກັບຕະຫຼາດຕ່າງປະເທດ, ແກ້ໄຂບັນຫາໜີ້ເສຍ, ບັນຫາອະສັງຫາລິມະສັບຖືກຢຸດສະງັກ, ແກ້ໄຂຄຸນນະພາບບັນດາກິດຈະກຳກໍ່ສ້າງ… ກ່ຽວຂ້ອງເຖິງຂົງເຂດສາທາລະນະສຸກ, ບັນດາສະມາຊິກສະພາແຫ່ງຊາດໄດ້ເອົາໃຈໃສ່ເຖິງວຽກງານກວດ ແລະ ບິ່ນບົວພະຍາກ, ໂຮງໝໍບໍ່ຕອບສະໜອງໄດ້ຄວາມຕ້ອງການປິ່ນປົວພະຍາດໃນປະຈຸບັນ, ລາຄາຢາປິ່ນປົວພະຍາດ, ການເບິ່ງແຍງດູແລເດັກ ແລະ ຫຼັກອະນາໄມດ້ານສະບຽງອາຫານ…”