ສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍການຄຸ້ມຄອງການຄ້າຕ່າງປະເທດ

ສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍການຄຸ້ມຄອງການຄ້າຕ່າງປະເທດ - ảnh 1
ບ​ັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ ການ​ຄ້າ​ຕ່າງ​ປະ​ເທດ
ພາບ:tienphong.vn

 (vovworld)- ​ເມື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ ການ​ຄ້າ​ຕ່າງ​ປະ​ເທດທີ່​ວາ​ລະ​ປ​ະ​ຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 7/11, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ: ເລື່ອງ​ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ ການ​ຄ້າ​ຕ່າງ​ປະ​ເທດ​ຕ້ອງ​ສ້າງ​ໃຫ້​ສຳ​ເລັດ​ເພື່ອ​ສອດ​ຄ່ອງ​ກັບ​ບັນ​ດາ​ຂໍ້​ສັນ​ຍາ​ສາ​ກົນ ຊື່ງ​ຫວຽດ​ນາມ ເປັນ​ສະ​ມາ​ຊິກ, ຊຸກ​ຍູ້​ວິ​ວັດ​ການ​ເຊື່ອມ​ໂຍງເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​ຢ່າງ​ເລິກ​ເຊິ່ງກວ່າ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ກໍ​ຮັບ​ຮູ້​ວ່າ ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ​ປະ​ຈຸ​ບັນ, ການ​ເຄື່ອນ​ໄຫວ​ ການ​ຄ້າ​ຕ່າງ​ປະ​ເທດ ຍັງ​ມີ​ຂໍ້​ຄົງ​ຄ້າງ​ຫລາຍ​ຢ່າງ ແລະ ບໍ່​ທັນ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອ​ງ​ຕ້ອງ​ການ​. ທ່ານ​ນາງ ມາຍ​ທິ​ແອງ​ຕວຽດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ອານ​ຢາງ ປະ​ກອບ​ຄຳ​ເຫັນ​ວ່າ:

        “ສຳ​ລັບ​ບັນ​ຫາ​ໂຄ​ຕາ, ຄວນ​ພິ​ຈາ​ລະ​ນາ​ຂໍ້​ກຳ​ນົດ​ບັນ​ດາ​ໝວດ​ສິນ​ຄ້າ​ຢູ່​ບາງ​ປະ​ເທດ​ທີ່​ພວມ​ປະ​ຕິ​ບັດ. ໂຄ​ຕາ ແລະ ບັນ​ດາ​ຫລັກ​ການ​ນຳ​ໃຊ້ຍັງ​ມີ​ລັກ​ສະ​ນະ​ລວມໆ. ສະ​ນັ້ນ ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ຄວນ​ຊັ່ງ​ຊາ​ການ​ກຳ​ນົດ​ຢ່າງ​ແຫນ້ນ​ແຟ້ນ, ລະ​ອຽດ​ກວ່າ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ພຶດ​ຕິ​ກຳ.”

ຕອນ​ບ່າຍ​ວັນ​ດຽວ​ກັນ, ພາຍ​ຫລັງ​ຮັບ​ຟັງ​ບົດ​ລາຍ​ງານ​ອະ​ພິ​ປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບ​ປຸງ​ຮ່າງ​ມະ​ຕິ​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2017, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ຮັບ​ຮອງ​ເອົາ​ມະ​ຕິ.

ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖ​ະ​ກິ​ດ ສັງ​ຄົມ​ປີ 2017, ມະ​ຕິ​ໄດ້​ວາງ​ອອກ 11 ຫນ້າ​ທີ່, ມາດ​ຕະ​ການ​ຕົ້ນ​ຕໍ. ພ້ອມ​ກັບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ຄວາມ​ອຶ​ດ​ຫິວ​ແບບ​ຍືນ​ຍົງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ມະ​ຕິ ໄດ້​ຮຽກ​ຮ້ອງ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ການ​ຄາດ​ຄະ​ເນ, ເຕືອນ​ໄພ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຫລຸດ​ຜ່ອນ​ໄພ​ທຳ​ມ​ະ​ຊາດ. ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ, ທ່ານ ຮ​ວາງ​ແທງ​ຕູງ, ຮອງ​ເລ​ຂາ​ນຸ​ການ​ສະ​ພາ​ແຫ່ງ​ຊາ​ດ​ຊີ້​ແຈ້ງວ່າ:

        “ສືບ​ຕໍ່​ນຳ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ, ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ, ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ ແລະ ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ່​ໄດ້​ລົງ​ນາມ​, ຂຸດ​ຄົ້ນ​ທ່າ​ໄດ້​ປຽບ​ຈາກ​ປະ​ຊາ​ຄົມ ອາ​ຊຽນ ຢ່າງ​ມີ​ປະ​ສິດ​ທິ​ຜົນ”


ຕອບກັບ

ຂ່າວ/ບົດ​ອື່ນ