(vovworld) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ຕອນເຊົ້າວັນທີ 8/6, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເຮັດວຽກຢູ່ຫໍປະຊຸມ ຮັບຟັງໜັງສືຍືນສະເໜີ ແລະ ບົດລາຍງານກວດກາຮ່າງກົດໝາຍສະບັບ ປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການຍ້ອງຍໍ, ຊົມເຊີຍ, ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການພັກຢູ່ອາໄສ. ຮ່າງກົດໝາຍວ່າດ້ວຍການພັກຢູ່ອາໄສ ກຳນົດວ່າ: ນອກຈາກເລື່ອງມີບ່ອນຢູ່ຖືກຕາມກົດໝາຍ, ພົນລະເມືອງຍັງຕ້ອງຕອບສະໜອງເງື່ອນໄຂກ່ຽວກັບເວລາ ພັກຢູ່ຊົ່ວຄາວຢ່າງໜ້ອຍສຸດແມ່ນ 1 ປີ ຖ້າຫາກຈົດທະບຽບຢູ່ອາໄສໃນເມືອງ, ເທດສະບານເມືອງຂຶ້ນກັບສູນກາງ, ຫຼື 2 ປີຖ້າຫາກຈົດທະບຽນຢູ່ອາໄສໃນບັນດາເມືອງໃຈກາງຂອງບັນດານະຄອນດັ່ງກ່າວ. ທ່ານນາງ ຫງວຽນທິກິມທູ໋ຍ, ສສຊ ນະຄອນ ດ່າໜັງ ປະກອບຄຳເຫັນວ່າ:
“ໃນເງື່ອນໄຂປະຈຸບັນ, ຄວນມີບັນດາຂໍ້ກຳນົດຢ່າງແໜ້ນແຟ້ນກ່ວາກ່ຽວກັບເງື່ອນໄຂອາໄສຢູ່ບັນດານະຄອນຂຶ້ນກັບສູນກາງເມື່ອທຽບໃສ່ບັນດາທ້ອງຖິ່ນອື່ນໆ. ຍ້ອນວ່າ, ຊຸມປີມໍ່ໆມານີ້, ພາຍໃຕ້ກຳລັງດັນຂອງວິວັດການຫັນເປັນຕົວເມືອງ ວຽກເຮັດງານທຳຂອງປະຊາຊົນເຂດຊົນນະບົດຖືກຮັດແຄບ, ລະດັບຄອງຊີບຕຳ່ດັ່ງນັ້ນໄດ້ຍ້າຍໄປເຖິງບັນດາຕົວເມືອງໃຫຍ່, ເຮັດໃຫ້ຂາດຄວາມດຸ່ນດຽງກ່ຽວກັບການຈັດແບ່ງພົນລະເມືອງ, ຮັບປະກັນຊີວິດສັງຄົມ ແລະ ກໍ່ໃຫ້ເກີດຜົນພາຍຫລັງອື່ນໆ”
ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການຍ້ອງຍໍ, ຊົມເຊີຍ ແລະ ຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ.