ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງປະມວນກົດໝາຍດຳເນີນຄະດີແພ່ງ (ສະບັບປັບປຸງ)
(ພາບປະກອບ)
(vovworld) – ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10, ຕອນເຊົ້າວັນທີ 26/10, ສະພາແຫ່ງຊາດໄດ້ປຶກສາຫາລືບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງປະມວນກົດໝາຍດຳເນີນຄະດີແພ່ງ (ສະບັບປັບປຸງ). ຮ່າງປະມວນກົດໝາຍດຳເນີນຄະດີແພ່ງ (ສະບັບປັບປຸງ) ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ປະກອບຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ແລ້ວ. ຄຳເຫັນສ່ວນຫຼາຍໄດ້ເຫັນດີກັບຂໍ້ກຳນົດ “ສານບໍ່ໄດ້ປະຕິເສດຄຳສະເໜີແກ້ໄຂຄະດີແພ່ງ ຍ້ອນສາຍເຫດບໍ່ທັນມີມາດຕາລະບຸໃນກົດໝາຍເພື່ອນຳໃຊ້”. ນີ້ແມ່ນບາດກ້າວຫັນປ່ຽນສຳຄັນໃນການສ້າງລັດແຫ່ງອຳນາດນິຕິບັນຍັດ, ເໝາະສົມກັບຂໍ້ກຳນົດຂອງ ລັດຖະທຳມະນູນປີ 2013 ກ່ຽວກັບບົດບາດ, ໜ້າທີ່ຂອງສານປະຊາຊົນແມ່ນ “ອົງການພິພາກສາຂອງປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ, ປະຕິບັດສິດຍຸຕິທຳ” ແລະ ບົດຮຽນຈາກຫຼາຍປະເທດໃນໂລກ.