ສະພາແຫ່ງຊາດປຶກສາຫາລືບັນດາເນື້ອໃນຕົ້ນຕໍ່ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ

ສະພາແຫ່ງຊາດປຶກສາຫາລືບັນດາເນື້ອໃນຕົ້ນຕໍ່ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ - ảnh 1
ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ສະບັບ​ປັບປຸງ

(vovworld) - ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ວັນ​ທີ 17/6, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ). ນີ້​ແມ່ນ​ຮ່າງ​ກົດໝາຍ​ສຳຄັນ​ໄດ້​ຮັບ​ຄວາມ​ສົນໃຈ​​​ຈາກ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຊາວ ຫວຽດນາມ ອາ​ໄສ ຢູ່ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

    ບັນດາ​ຄຳ​ເຫັນ​ຖື​ວ່າ: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ສືບ​ຕໍ່ຢັ້ງຢືນ​ທີ່​ດິນ​ຂຶ້ນ​ກັບ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ​ໂດຍ​ລັດ​ແມ່ນ​ຜູ້ຕາງໜ້າ​ຄຸ້ມ​ຄອງ, ພ້ອມ​ທັງ​ຮັບປະກັນ​ຄວາມ​ກົມກ່ຽ​ວລະຫວ່າງ​ຜົນ​ປະ​ໂຫຍ​ດຂອງ​ລັດ ​ແລະ ປະຊາຊົນ. ບັນດາ​ຄຳ​ເຫັນ​ກໍ່​ເປັນ​ເອກ​ກະພາບ​ກັນ​ຖື​ວ່າ: ​ເມື່ອ​ມີ​ຄວາມ​ຈຳ​ເປັນ ລັດ​ມີ​ສິດ​ຖອນ​ທີ່​ດິນ​ຄືນ​ເພື່ອ​ຮັບ​ໃຊ້​ຈຸດປະສົງ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ ​ແລະ ປະຕິບັດ​ບັນດາ​ໂຄງການ​ເສດຖະກິດ - ສັງຄົມ. ທ່ານ​ນາງ ​ເລ​ທິກົງ, ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ, ປະກອບ​ຄຳ​ເຫັນວ່າ:

“​ເມື່ອວາງ​​ແຜນກຳນົດນຳ​ໃຊ້​ທີ່​ດິນຕ້ອງ​ອີງ​​ໃສ່​ການ​​ພັດທະນາ​ເສດຖະກິດ, ສັງຄົມສັງ​ລວມ. ຂ້າພະ​ເຈົ້າ​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ: ການວາງ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ​ຢ່າງໜ້ອຍ​ສຸດ​​ແມ່ນ 10 ປີ, ​ແຜນການ​ນຳ​ໃຊ້​ທີ່​ດິນ​ໜ້ອຍ​ສຸດ​​ແມ່ນ 5 ປີ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ກຳນົດ​ເນື້ອ​ໃນ​ການວາງ​ແຜນກຳນົດນຳ​ໃຊ້​ທີ່​ດິນ​ຍັງ​​ເຫຼືອ​ພຽງ 3 ຂັ້ນ: ຂັ້ນ​ລະດັບ​ຊາດ, ລະດັບແຂວງ ​ແລະ ລະດັບເມືອງ​ແມ່ນ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ປະຕິ​ຮູບ​ບໍລິຫານ, ປະຢັດ​ລາຍ​ຈ່າຍ​ແກ່ຊັບພະຍາກອນມະນຸດ ​ແລະ ​ໄລ​ຍະ​ເວລາ. ​ເພື່ອສ້າງ​ຄວາມ​ສະດວກ​ໃນ​ການ​ຖອນ​​ທີ່​ດິນ​ຄືນ​ແນ​ໃສ່​ຈຸດປະສົງ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ​ທີ່​ມີ​ທີ່​ດິນ​ໃນ​ບໍລິ​ເວນ​ມີໂຄງການ ​ແລະ ​ເຈົ້າ​ຂອງ​ລົງທຶນ, ຂ້າພະ​ເຈົ້າ​ເຫັນ​ດີ​ເປັນ​ເອກະ​ພາບ​ເລື່ອງ​ປຶກສາ, ກຳນົດ​ລາຄາ​ທີ່​ດິນ​ຕາມ​ຫຼັກການ​ລາຄາ​ທີ່​ດິນ​ຕ້ອງ​ເໝາະ​ສົມ​ກັບ​ລາຄາ​ທີ່​ດິນທົ່ວ​ໄປໃນ​ຕະຫລາດ. ”

ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຢືດ​ເອົາ​ທີ່​ດິນ, ການ​ຊົດ​ເຊີຍ, ລາຄາ​ທີ່​ດິນ, ປະສິດທິ​ຜົນ​ການ​ນຳ​ໃຊ້​ທີ່​ດິນ ​ແມ່ນ​ເນື້ອ​ໃນ​ການ​ປຶກສາ​ຫາລື​ກ່ຽວ​ກັບຮ່າງ​ກົດໝາຍວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ຂອງ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຊຸດທີ 13 ​ໃນ​ວັນ​ທີ 17/6

ກ່ຽວ​ກັບ​ນະ​ໂຍບາຍ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສຳລັບ​ຂົງ​ເຂດ​ກະ​ສີ​ກຳ. ທ່ານ​ນາງ ຄຸກ​ທິຢ່ວຽນ, ສສຊ ​ແຂວງ​ທ໋າຍບິ່ງ, ຍົກ​ຄຳ​ເຫັນ​ວ່າ:

ກ່ຽວ​ກັບ​ເວລາ​ນຳ​​ໃຊ້​ທີ່​ດິນ​ກະ​ສີ​ກຳ, ຂ້າພະ​ເຈົ້າ​ເຫັນ​ດີ​ແກ່ຍາວ​ເວລາ​ນຳ​ໃຊ້​ແມ່ນ 50 ປີ ​ເພື່ອ​ຊ່ວຍ​ໃຫ້​ຊາວ​ກະ​ສີກ​ອນອູ່​ນອ່ຽນ​ໃຈ ຕິດ​ພັນ​ກັບ​ທົ່ງ​ນາ, ລົງທຶນ​ທຳ​ການ​ຜະລິດ, ຍົກ​ສູງ​ປະສິດທິ​ຜົນ​ການ​ນຳ​ໃຊ້​ທີ່​ດິນ. ຂ້າພະ​ເຈົ້າ​ກໍ່​ສະ​ເໜີ ບໍ່​ປັບປຸງ​ທີ່​ດິນ​ກະ​ສີ​ກຳ​ທີ່​ໄດ້​ມອບ​ໃຫ້​ຄອບຄົວ​ຊາວ​ກະ​ສີກ​ອນ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ອູ່​ນອ່ຽນ​ໃຈ ລົງທຶນ​ເຂົ້າ​ໃນ​ການ​ຜະລິດ ​ແລະ ສະ​ເໜີ​ໃນ​ກົດໝາຍ​ຕ້ອງ​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ນະ​ໂຍບາຍ​ໜູນ​ຊ່ວຍ​ໃຫ້​ແກ່​ຊາວ​ກະ​ສີກ​ອນຜູ້​ບໍ່​ມີ​ທີ່​ດິນ ​ເພື່ອ​ໃຫ້​​ເຂົາ​ເຈົ້າ​ອູ່​ນ​ອ່ຽນ​ໃຈ​ທຳ​ການ​ຜະລິດ ​ແລະ ຕິດ​ພັນ​ກັບ​ຊົນນະບົດ​ໃນ​ໄລຍະ​ປະຈຸ​ບັນ ​ເພື່ອ​ສ້າງ​ຊົນນະບົດ​ໃໝ່“.

​ເພື່ອ​ແນ​ໃສ່​ຫຼີກ​ລ້ຽງ​ການ​ຟູມ​ເຟືອຍ​​ໃນ​ການ​ນຳ​ໃຊ້ທີ່​ດິນ ພາຍຫຼັງ​ໄດ້​ຮັບ​ທີ່ດິນ, ​​ເຊົ່າ​ທີ່​ດິນ, ປ່ຽນ​ຈຸດປະສົງ​ນຳ​ໃຊ້​ທີ່​ດິນ. ທ່ານ​ນາງ ຫງວຽນ​ທິຮົ່ງຮ່າ, ສສຊ ນະຄອນ​ຮ່າ​ໂນ້ຍ, ສະ​ເໜີ​ວ່າ:

“​ຄວນເພີ່ມ​ມາດ​ຕະການ​ປັບ​ໄໝ​ລົງ​ໂທດສຳລັບບັນດາ​ອົງການ​ທີ່​ໄດ້​ຮັບ​ທີ່​ດິນ​, ​ເຊົ່າ​ທີ່​ດິນຈາກ​ລັດ​ແຕ່​ນຳ​ເຂົ້າ​ໃຊ້​ການ​ຢ່າງ​ຊັກ​ຊ້າ, ອັນ​ໄດ້​ກໍ່​ຄວາມ​ຟຸມ​ເຟືອຍ​ທີ່​ດິນ ກໍ່​ຄືສຳລັບ​ບັນດາ​ນັກ​ລົງທຶນ​ທີ່​ໄດ້​ຮັບທີ່​ດິນ ​ແລະ ເຊົ່າ​ທີ່​ດິນ ​ເພື່ອ​ປະຕິບັດ​ໂຄງການ​ລົງທຶນ ​ແຕ່​ບໍ່​ນຳ​ໃຊ້​ໃນ​ໄລຍະ​ເວລາ 12 ​ເດືອນ ຫຼື ນຳ​ໃຊ້​​ຊ້າ​ກວ່າ​ກຳນົດ​ເວລາ​ແມ່ນ 24 ​ເດືອນ“.

 

ຂ່າວ/ບົດ​ອື່ນ