ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ(ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ(ສະບັບປັບປຸງ) - ảnh 1
ສ​ສ​ຊ ປຶກ​ສາ​ຫາ​ລື​ຢູ່​ໜ່ວຍ
(ພາບປະ​ກອບ)

(vovworld) – ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 7/11, ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ຢູ່​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ (ສະ​ບັບ​ປັບ​ປຸງ) ລວມ​ມີ 8 ພາກ, 50 ມາດ​ຕາ. ບັນ​ດາ​ ສ​ສ​ຊ ​ສຸມ​ໃສ່ປຶກ​ສາ​ຫາ​ລື 3 ບັນ​ຫາ, ກ່ຽວ​ກັບ​ບົດ​ບາດ​ໜ້າ​ທີ່, ກົນ​ໄກ​ຈັດ​ຕັ້ງ​ຂອງ​ລັດ​ຖະ​ບານ, ກ່ຽວ​ກັບ​ໜ້າ​ທີ່, ສິດ​ອຳ​ນາດ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ກ່ຽວ​ກັບ​ໜ້າ​ທີ່, ສິ​ດ​ອຳ​ນາດ​ຂອງ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ອົງ​ການ​​ສຳ​ນັກ​ງານທຽບ​ເທົ່າ​ກະ​ຊວງ ແລະ ບົດ​ບາດ​ໜ້າ​ທີ່​ຂອງ​ກະ​ຊວງ, ອົງ​ການສຳ​ນັກ​ງານ​ທຽບ​ເທົ່າ​ກະ​ຊວງ. ​ມີຫຼາຍຄ​ຳ​ເຫັນ​ເປັນ​ເອ​ກະ​ພາບ​​ກັບ​ການກຳ​ນົດ​ຂອງ​ຮ່າງ​ກົດ​ໝາຍ, ກຳ​ນົດ​ທີ່​ຕັ້ງບົດ​ບາດ, ພາ​ລະ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ​ຕາມ​​ການ​ກຳ​ນົດ​ທີ່​ມາ​ດ​ຕາ 94 ຂອງ​ລັດ​ຖະ​ທຳ​ນະ​ນູນ​ທີ່​ວ່າ: “ລັດ​ຖະ​ບານ​ແມ່ນ​ອົງ​ການ​ບໍ​ລິ​ຫານ​ລັດ​ສູງ​ສຸດ​ຂອງ​ປະ​ເທດ​ຊາດ. ລັດ​ຖະ​ບານ​ຮັບ​ຜິດ​ຊອບ​ຕໍ່​ສະ​ພາ​ແຫ່ງ​ຊາດ ແລະ ລາຍ​ງານ​ວຽກ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາດ​, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ແລະ ປະ​ທານ​ປະ​ເທດ”. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ ສ​ສ​ຊ ຖື​ວ່າ: ຮ່າງ​ກົດ​ໝາຍ​ຕ້ອງ​ຫັນ​ຂໍ້​ກຳ​ນົດ​ດັ່ງ​ກ່າ​ວຂອງ​ລັດ​ຖະ​ທຳ​ມະ​ນູນ​ເປັນ​ລະ​ອ​ຽດ ຈະ​ແຈ້ງ​ກ່​ວາ, ພິ​ເສດ​ແມ່ນ​ກຳ​ນົດ​ໃໝ່​ກ່ຽວ​ກັບ​ສິດ​​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ.

        ຕາມ​ໂຄງ​ການ​ດຳ​ເນີນ​ງານ​ແລ້ວ, ໃນ​ຕອນ​ບ່າຍ​ວັນ​ທີ 7/11, ສ​ສ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ຈັດ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖີ່ນ.


ຂ່າວ/ບົດ​ອື່ນ