(vovworld) - ວັນທີ 5/6, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ທຶນຂອງລັດເຂົ້າໃນການຜະລິດ, ດຳເນີນທຸລະກິດ, ສະພາແຫ່ງຊາດກໍ່ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງອົງການໄອຍະການປະຊາຊົນ (ສະບັບປັບປຸງ) ແລະ ຮັບຟັງໃບສະເໜີ ແລະ ບົດລາຍງານກວດກາສົນທິສັນຍາກ່ຽວກັບສິດຜົນປະໂຫຍດສາກົນ ແລະ ອະນຸສັນຍາກ່ຽວກັບບັນດາບັນຫາລະອຽດສຳລັບອຸປະກອນເຮືອບິນ (ສົນທິສັນຍາ ແລະ ອະນຸສັນຍາ Cape Town).
ກ່ອນໜ້ານັ້ນ, ໃນວາລະປະຊຸມວັນທີ 4/6, ສະພາແຫ່ງຊາດຮັບຟັງໃບສະເໜີ ແລະ ບົດລາຍງານກວດກາຮ່າງກົດໝາຍ 6 ສະບັບ, ໃນນັ້ນມີຮ່າງກົດໝາຍວ່າດ້ວຍການລົງທຶນສະບັບປັບປຸງ; ຮ່າງກົດໝາຍວ່າດ້ວຍບັດປະຈຳຕົວ, ຮ່າງກົດໝາຍວ່າດ້ວຍສຳມະໂນຄົວ, ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍສັນຊາດ ຫວຽດນາມ….ຄຽງຂ້າງຄວາມຈຳເປັນຕ້ອງປະກາດໃຊ້ປັບປຸງໃຫ້ເໝາະສົມກັບສະພາບຕົວຈິງແລ້ວ, ບັນດາຮ່າງກົດໝາຍນີ້ຄວນໄດ້ຮັບການກວດກາ, ປັບປຸງ, ເພີ່ມເຕີມໃຫ້ເໝາະສົມກັບລັດຖະທຳມະນູນປີ 2013. ຈຸດໃໝ່ຂອງຮ່າງກົດໝາຍ 3 ສະບັບດັ່ງກ່າວແມ່ນຫັນການເຮັດລະບຽບການບໍລິຫານເປັນງ່າຍດາຍ, ສ້າງຄວາມເປັນເອກະພາບໃນບັນດາກົດໝາຍທີ່ກ່ຽວຂ້ອງ.
ກໍ່ໃນວັນທີ 4/6, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການບິນພົນລະເຮືອນ ຫວຽດນາມ. ບັນຫາທີ່ ສສຊ ຫຼາຍທ່ານເອົາໃຈໃສ່ໃນຮ່າງກົດໝາຍນີ້ແມ່ນສິດຄຸ້ມຄອງສະໜາມບິນ ແລະ ຄວາມສະຫງົບປອດໄພທາງການບິນ, ການກວດກາທາງການບິນ.