ສະພາແຫ່ງຊາດປຶກສາຫາລືຮ່າງມະຕິກ່ຽວກັບການລົງຄະແນນສຽງໄວ້ວາງໃຈ,ປ່ອນບັດໄວ້ວາງໃຈ
ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບປະກອບ)
(vovworld) – ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ຕອນເຊົ້າວັນທີ 13/6, ສະພາແຫ່ງຊາດໄດ້ເຮັດວຽກຢູ່ໜ່ວຍ ປຶກສາຫາລືບັນດາຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ແລະ ກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ. ແລະກໍ່ໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມເພື່ອລົງຄະແນນສຽງຮັບຮອງເອົາກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍປະກັນສຸຂະພາບ ແລະ ປຶກສາຫາລື ຮ່າງມະຕິກ່ຽວກັບການລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບບັນດາຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ (ສະບັບປັບປຸງ).
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 12/6, ເມື່ອຕອບຄຳຊັກຖາມຂອງ ສສຊ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ມາຮອດປະຈຸບັນ, ພື້ນຖານເສດຖະກິດ ຫວຽດນາມ ບໍ່ຂຶ້ນກັບພື້ນຖານເສດຖະກິດຂອງປະເທດໃດໆ. ເຖິງຢ່າງໃດກໍ່ຕາມ, ໃນວິວັດທະນາການເຊື່ອມໂຍງປະຈຸບັນ ນີ້ບໍ່ແມ່ນວ່າທຸກສິ່ງທຸກຢ່າງລ້ວນແຕ່ເປັນເອກະລາດໝົດ. ຈິດໃຈຂອງລັດຖະບານແມ່ນຕ້ອງມີພື້ນຖານເສດຖະກິດເປັນເຈົ້າຕົນເອງກ່ວາ, ເອກະລາດກ່ວາເພື່ອຮັບມືກັບສະພາບການໃນປະຈຸບັນ. ດັ່ງນັ້ນ ມາດຕະການເຊິ່ງລັດຖະບານໄດ້ວາງອອກເພື່ອປະຕິບັດພື້ນຖານເສດຖະກິດເປັນເຈົ້າຕົນເອງໃນໄລຍະໃໝ່ແມ່ນຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່, ພິເສດແມ່ນການຫັນປ່ຽນຮູບແບບການເຕີບໂຕເພື່ອໃຫ້ພື້ນຖານເສດຖະກິດພັດທະນາແຮງກ່ວາ. ສຳລັບບັນຫາກ່ຽວກັບຕະຫຼາດ, ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ຕ້ອງມີແຜນນະໂຍບາຍເປີດກ້ວາງ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ໃນນັ້ນມີຕະຫຼາດນຳເຂົ້າ ແລະ ສົ່ງອອກ. ກ່ຽວຂ້ອງເຖິງເລື່ອງ ນຳໃຊ້ຈຳນວນເງິນ 16.000 ຕື້ດົ່ງເຊິ່ງສະພາແຫ່ງຊາດຫາກໍ່ຮັບຮອງເອົາເພື່ອໜູນຊ່ວຍຊາວປະມົງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຊ້າຊຸດແມ່ນຮອດຕົ້ນເດືອນ 7, ລັດຖະບານຈະອອກມະຕິກຳນົດການປະຕິບັດແຫຼ່ງເງິນນີ້, ໜູນຊ່ວຍຊາວປະມົງຕໍ່ກຳປັ່ນຫາປາດ້ວຍກຳລັງແຮງສູງເພື່ອໄປຫາປາຢູ່ໄກຝັ່ງຢ່າງທັນການ.