ສະພາແຫ່ງຊາດປ່ອນບັດໄວ້ວາງໃຈແລະປຶກສາຫາລືກ່ຽວກັບກົດໝາຍເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນ

ສະພາແຫ່ງຊາດປ່ອນບັດໄວ້ວາງໃຈແລະປຶກສາຫາລືກ່ຽວກັບກົດໝາຍເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕິ​ນ​ຢູງ​ປ່ອນ​ບັດ​ໄວ້​ວາງ​ໃຈ
ພາບ:vnexpress.net

(vovworld)-​ ສືບ​ຕໍ່​ກອງ​ປະ​ຊຸ​ມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13, ວັນ​ທີ 15/11, ບັນ​ດາ ສ​ະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ(ສ​ສ​ຊ) ໄດ້​ດຳ​ເນີນກອງ​ປະ​ຊ​ຸມ​ຄົບ​ຄະ​ນະ​ຢູ່​ຫໍ​ປະ​ຊຸມ. ສະ​ພາ​ແຫ່ງ​ຊາດ​ຮັບ​ຟັງ​ບົດ​ລາຍ​ງານ​ໝາກ​ຜົນ​ປຶກ​ສາ​ຫາ​ລື​​ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈສຳ​ລັບ 50 ຕຳ​ແຫນ່ງ ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ແລະ ໃຫ້​ສັດ​ຕະ​ຍາ​ບັນ. ຕໍ່​ຈາກນັ້ນ ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ​ຄະ​ນະ​ນັບບັດ ລວມ​ມີສະ​ມາ​ຊິກ 29 ທ່ານ.

ເມື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າ​ງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ສ​ສ​ຊ ແລະ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ. ສ​ສ​ຊ ຫລາຍ​ທ່ານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ເລື່ອງ​ສ້າງ ແລະ ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສ​ສ​ຊ ແລະ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແມ່ນ​ມີ​ຄວາມ​ຈຳ​ເປັນ, ຊ່ວຍ​ໃຫ້​ວຽກ​ງານ​ຊີ້​ນຳ​ນຳ​ພາ ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະ​ດວກ, ຄົບ​ຊຸດ ແລະ​ວິ​ທະ​ຍາ​ສາດກວ່າ, ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ ສ​ສ​ຊ, ສືບ​ຕໍ່​ປ່ຽນ​ໃຫມ່​ການ​ຈັດ​ຕັ້ງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສ​ະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້​ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຕອນ​ບ່າຍ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ອາ​ກອນ​ຈຳ​ຫນ່າຍ​ພິ​ເສດ, ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​​ບັນ​ດາກົດ​ໝາຍ​ວ່າ​ດ້ວຍ​ອາ​ກອນ. ຫລັງ​ຈາກນັ້ນ​ຈະ​ປະ​ກາດ​ໝາກ​ຜົນ​ນັບ​ບັດ ແລະ ຮັບ​ຮອງ​ເອົາ​ມະ​ຕິ​ຮັບ​ຮູ້​ໝາກ​ຜົນ​ແຫ່ງ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ.

 

 

 

 

ຂ່າວ/ບົດ​ອື່ນ