ສະພາແຫ່ງຊາດຢູແກຼນຮັບຮອງເອົາການລາອອກຈາກຕຳແໜ່ງຂອງປະທານາທິບໍດີViktorYanukovyck
ຜ້ແຫ່ຂະບວນປະທ້ວງຢູ່ສະໜາມຫຼວງ ເອກະລາດ
(ພາບ: Reuters)
(vovworld) – ວັນທີ 22/2, ສະພາແຫ່ງຊາດ ຢູແກຼນ ໄດ້ຮັບຮອງເອົາມະຕິກ່ຽວກັບເລື່ອງລາອອກຈາກຕຳແໜ່ງຂອງທ່ານປະທານາທິບໍດີ Viktor Yanukovyck, ຖືວ່າ, ທ່ານປະທານາທິບໍດີບໍ່ມີຄວາມສາມາດຢ່າງພຽງພໍຕາມຂຂໍ້ກຳນົດຂອງລັດຖະທຳມະນູນເພື່ອດຳລົງຕຳແໜ່ງ. ກ່ອນໜ້ານັ້ນ, ສະພາແຫ່ງຊາດ ຢູແກຼນ ໄດ້ເລືອກຕັ້ງການນຳພັກ Batkivshina ຝ່າຍຄ້ານ, ທ່ານ Alexandre Turchinov ເປັນປະທານສະພາແຫ່ງຊາດ. ສະພາແຫ່ງຊາດ ຢູແກຼນ ກໍ່ກຳນົດວ່າວັນທີ 25/5/2014 ຈະແມ່ນຈຸດເວລາດຳເນີນການເລືອກຕັ້ງກ່ອນກຳນົດເວລາ. ສະພາແຫ່ງຊາດ ຢູແກຼນ ກໍ່ຮັບຮອງເອົາເລື່ອງປ່ອຍຕົວເປັນອິດສະຫຼະໃຫ້ອະດີດນາຍົກລັດຖະມົນຕີ Yulia Tymoshenko, ຜູ້ນຳພັກ Batkivshina ຝ່າຍຄ້ານພວມຖືກຈຳຄຸກ 7 ປີຍ້ອນການກະທຳຜິດສວຍໃຊ້ສິດອຳນາດ. ທ່ານນາງ Yulia Tymoshenko ພາຍຫຼັງຖືກປ່ອຍຕົວໄດ້ຖະແຫຼງຈະອອກສະໝັກຮັບເລືອກຕັ້ງໃນການເລືອກຕັ້ງເມື່ອວັນທີ 25/5. ໃນຂະນະນັ້ນ, ທ່ານປະທານາທິບໍດີ Yanukovyck ຖະແຫຼງບໍ່ຍອມຮັບທຸກໆຂໍ້ຕົກລົງໃດຂອງສະພາແຫ່ງຊາດ, ຢືນຢັນວ່າ: ບັນດາການກະທຳຂອງສະພາແຫ່ງຊາດກໍ່ຄືບັນດາການນຳຝ່າຍຄ້ານແມ່ນຜິດກົດໝາຍ.