(vovworld) - ວາລະຊັກຖາມສິ້ນສຸດລົງ ດ້ວຍການຕອບຄຳຊັກຖາມຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເພື່ອເຮັດແຈ້ງບາງບັນຫາທີ່ກ່ຽວຂ້ອງເຖິງການພັດທະນາເສດຖະກິດ - ສັງຄົມໃນ 5 ເດືອນຕົ້ນປີ ແລະ ສະພາບການຢູ່ທະເລຕາເວັນອອກ, … ກ່ຽວກັບສະພາບເສດຖະກິດ - ສັງຄົມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ. ສະພາບ ເສດຖະກິດ - ສັງຄົມ ໃນເດືອນ 5 ສືບຕໍ່ຜັນແປໄປຢ່າງຕັ້ງໜ້າໃນເກືອບທຸກຂົງເຂດ. ເສດຖະກິດມະຫາພາກເປັນປົກກະຕິ . ບັນດາຂະແໜງເສດຖະກິດສືບຕໍ່ຟື້ນຕົວຢ່າງຕັ້ງໜ້າ. ບັນດານະໂຍບາຍຮັບປະກັນຊີວິດສັງຄົມໄດ້ຮັບການເອົາໃຈໃສ່ປະຕິບັດ. ແຕ່ທ່ານຮອງນາຍົກລັດຖະມົນຕີກໍ່ ຖືວ່າ, ເສດຖະກິດສັງຄົມຍັງປະສົບກັບຄວາມຫຍຸ້ງຍາກ, ການທ້າຍທາຍຫຼາຍຢ່າງ, ນອກຈາກນັ້ນແມ່ນການກະທົບຕ່າງໆຈາກເລື່ອງຈີນຕັ້ງຮ້ານເຈາະນຳ້ມັນຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ. ໃນໄລຍະຈະມາເຖິງ, ຄາດຄະເນວ່າ ເສດຖະກິດ ສັງຄົມອາດຈະຖືກຜົນສະທ້ອນໃນບາງຂົງເຂດ ດ້ວຍລະດັບຕ່າງກັນ ໂດຍອີງໃສ່ການຜັນແປຂອງສະພາບການ.
“ລັດຖະບານຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນ, ບັນດາວິສາຫະກິດແກ້ໄຂຄວາມຈຳກັດ, ຄວາມອ່ອນດ້ອຍ, ສຸມໃສ່ຜັນຂະຫຍາຍຢ່າງເດັດດຽວ,ເພີ່ມທະວີການປະສານສົມທົບກັນປະຕິບັດໜ້າທີ່ຕ່າງໆ, ກໍ່ຄືມາດຕະການທີ່ໄດ້ວາງອອກຢ່າງມີປະສິດທິຜົນ, ຕິດຕາມສະພາບການເປັນເຈົ້າການ ແລະ ບັນດາມາດຕະການຮັບມືຢ່າງໃກ້ຊິດ“.
ກ່ຽວກັບສະພາບການທະເລຕາເວັນອອກ, ຕໍ່ໜ້າເລື່ອງຈີນຕັ້ງຮ້ານເຈາະນຳ້ມັນຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມນັ້ນ, ລັດຖະບານ ແລະ ນາຍົກລັດຖະມົນຕີ ໄດ້ສຸມໃສ່ຊີ້ນຳນຳພາບັນດາມາດຕະການສັນຕິພາບ, ເໝາະສົມກັບກົດໝາຍສາກົນ ຢ່າງເຄັ່ງຄັດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ຮູ້ວ່າ ບັນດາອົງການທີ່ກ່ຽວຂ້ອງກໍ່ເດັດດ່ຽວປັບໄໝລົງໂທດບຸກຄົນຈຳນວນໜຶ່ງທີ່ຖືກຍຸແຍ່ໄດ້ມີການກະທຳລະເມີດກົດໝາຍ, ຕ້ານຜູ້ປະຕິບັດໜ້າທີ່ທາງລັດຖະການ, ທຳລາຍຊັບສົມບັດຂອງລັດ, ສ່ວນບຸກຄົນ ແລະ ວິສາຫະກິດ ເມື່ອຮ່ວມການແຫ່ຂະບວນຄັດຄ້ານການກະທຳຜິດພາດຂອງຈີນ, ພ້ອມກັນນັ້ນ, ລັດຖະບານໄດ້ປະຕິບັດມາດຕະການແກ້ໄຂຕ່າງໆຢ່າງຄົບຊຸດ ເພື່ອໜູນຊ່ວຍບັນດານັກລົງທຶນຕ່າງປະເທດຮັບປະກັນການຜະລິດເປັນປົກກະຕິໂດຍໄວ. ຫວຽດນາມ ກໍ່ພວມຄົ້ນຄວ້າເພື່ອຜັນຂະຫຍາຍບັນດານະໂຍບາຍໃໝ່ ແນໃສ່ສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ດີກວ່າ ແລະ ສະດວກກວ່າ.
ກ່ຽວກັບມາດຕະການສ້າງພື້ນຖານເສດຖະກິດຫວຽດນາມ ໃຫ້ເປັນເຈົ້າການກວ່າ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ.
“ມາດຕະການທີ່ໄດ້ວາງອອກແມ່ນຕ້ອງຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ພິເສດແມ່ນການຫັນປ່ຽນຮູບແບບການເຕີບໂຕ. ທີ 2 ແມ່ນ ຫວຽດນາມ ຕ້ອງດຶງດູດການລົງທຶນຢ່າງແຮງກວ່າ, ມີການຄັດເລືອກກວ່າ ພິເສດແມ່ນບັນດາໂຄງການທີ່ໃຊ້ວິທະຍາສາດ, ເຕັກໂນໂລຊີ, ປົກປັກຮັກສາສິ່ງແວດລ້ອມ. ທີ 3 ແມ່ນຫັນລັດວິສາຫະກິດເປັນຫຸ້ນສ່ວນ. ບັນຫາສຳຄັນກວ່າອີກນັ້ນແມ່ນຕະຫຼາດ. ຫວຽດນາມ ພວມຫັນຕະຫຼາດສົ່ງອອກ, ນຳເຂົ້າເປັນຫຼາຍຮູບຫຼາຍແບບ. ຮອດປີ 2015, ຫວຽດນາມ ຈະມີສັນຍາການຄ້າເສລີ 16 ສະບັບກັບ 55 ປະເທດ ແລະ ເຂດແຂ້ວນ, ເປີດ
ຕະຫຼາດທີ່ກວ້າງໃຫຍ່ໃຫ້ການຄ້າພັດທະນາຫຼາຍຮູບຫຼາຍແບບ. ໃນບັນຫາຕະຫຼາດ, ຫວຽດນາມ ຍັງມີແຜນນະໂຍບາຍຮັກສາການພົວພັນດ້ານການຄ້າ, ການລົງທຶນກັບຈີນ ຜ່ານບັນດາສັນຍາການຄ້າຫຼາຍຝ່າຍ, 2 ຝ່າຍບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ”.