ສະພາແຫ່ງຊາດຫວຽດນາມ ປຶກສາຫາລືກ່ຽວກັບຮ່າງປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ)

(VOVWORLD) -  ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ວັນທີ 23 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລື, ປະກອບຄໍາເຫັນຄັ້ງສຸດທ້າຍໃສ່ຮ່າງປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ).

      ຮ່າງປະມວນກົດໝາຍພາຍຫຼັງໄດ້ຮັບການດັດແກ້ແລ້ວ ລວມມີ 17 ພາກ ແລະ 220 ມາດຕາ; ອັນໄດ້ສະແດງໃຫ້ເຫັນຈຸດໃໝ່ຕົ້ນຕໍ 10 ຈຸດ ສໍາລັບຊາວຜູ້ອອກແຮງງານ ແລະ ຈຸດໃໝ່ຕົ້ນຕໍ 6 ຈຸດສໍາລັບຜູ້ນໍາໃຊ້ແຮງງານ, ໃນນັ້ນ ມີບາງເນື້ອໃນສໍາຄັນ ໄດ້ຮັບເອົາ ແລະ ດັດແກ້ຄື: ຂອບເຂດການດັດແກ້ ແລະ ເປົ້າໝາຍນໍາໃຊ້; ຊົ່ວໂມງເຮັດວຽກປົກກະຕິ; ແກ້ໄຂການຂັດແຍ້ງໃນການອອກແຮງງານ... ທ່ານນາງ ຫງວຽນຖຸ໊ຍແອັງ ຫົວໜ້າກໍາມາທິການບັນດາບັນຫາສັງຄົມ ຂອງ ສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ:

        “ສໍາລັບຊາວຜູ້ອອກແຮງງານ, ນີ້ເປັນຄັ້ງທໍາອິດທີ່ໄດ້ເປີດກວ້າງຂອບເຂດການດັດແກ້ ແລະ ເປົ້າໝາຍທີ່ນໍາໃຊ້ຂອງປະມວນກົດໝາຍວ່າດ້ວຍແຮງງານ ສໍາລັບຜູ້ເຮັດວຽກທີ່ບໍ່ມີການພົວພັນກັບຜູ້ອອກແຮງງານ. ເພີ່ມເຕີມຂໍ້ກໍານົດລະອຽດກວ່າ ກ່ຽວກັບບັນດາກໍລະນີທີ່ໄດ້ເຮັດວຽກເພີ່ມນອກໂມງລັດຖະການແຕ່ກວ່າ 200 ຊົ່ວໂມງ ຫາ 300 ຊົ່ງໂມງຕໍ່ປີ ເພື່ອແນໃສ່ຮັບປະກັນສິດຜົນປະໂຫຍດອັນຍາວນານໃຫ້ຜູ້ອອກແຮງງານ. ດັບປັບ ແລະ ຍົກອາຍຸພັກກິນເບ້ຍບໍານານຕາມຂັ້ນຕອນ ເພື່ອແນໃສ່ກະກຽມຮັບມືກັບສະພາບອັດຕາຜູ້ອອກແຮງງານໃນເກັນອາຍຸສູງເພີ່ມຂຶ້ນ, ຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດແຮງງານ”.

        ເມື່ອປຶກສາຫາລືຢູ່ຫໍປະຊຸມ, ຄໍາເຫັນປະກອບຂອງບັນດາສະມາຊິກສະພາແຫ່ງຊາດ ຖືວ່າ: ປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ໄດ້ຮັບການປັບປຸງໂດຍພື້ນຖານ, ຮອບດ້ານ, ປະກອບສ່ວນສ້າງລະບອບລະບຽບການເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູນແບບ, ຊຸກຍູ້ຕະຫຼາດແຮງງານໃຫ້ມີການພັດທະນາ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊາວຜູ້ອອກແຮງງານ ແລະ ຜູ້ນໍາໃຊ້ແຮງງານໃຫ້ດີກວ່າເກົ່າ...

        ຕາມແຜນການແລ້ວ, ບັນດາສະມາຊິກສະພາແຫ່ງຊາດ ຈະລົງຄະແນນສຽງຮັບຮອງເອົາປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ໃນວັນທີ 20 ພະຈິກ. 

ຕອບກັບ

ຂ່າວ/ບົດ​ອື່ນ