ປະທານາທິບໍດີ ອາເມລິກາ Brack Obama
ພາບ: internet
|
(vovworld)- ໂດຍບໍ່ຫົວຊາຕໍ່ເລື່ອງລັດຖະບານອາເມລິກາ ຕ້ອງຢຸດຕິການເຄື່ອນໄຫວກ້າວເຂົ້າສູ່ ມື້ທີ 7, ປະທານສະພາຕຳ່ ອາເມລິກາ John Boehner ຍັງຖະແຫລງວ່າ ອົງການນິຕິບັນຍັດນີ້ ຈະບໍ່ຮັບຮອງເອົາແຜນຮ່າງງົບປະມານຊົ່ວຄາວ ເພື່ອສືບຕໍ່ການເຄື່ອນໄຫວຂອງລັດຖະບານກໍຄືຈະຍົກຫນີ້ສິນເຟດານ ເມ່ືອໃດປະທານາທິບໍດີ Barck Obama ບໍ່ທັນເຊື່ອມຕໍ່ການເຈລະຈາ. ຕອບສຳພາດຕໍ່ນັກຂ່າວ ຊ່ອງໂທລະພາບ ABC ໃນວັນທີ 6/10, ທ່ານ John Boehner ເນັ້ນຫນັກວ່າ: ຈະບໍ່ມີເລື່ອງ ສະພາຕຳ່ ຮັບຮອງເອົາແຜນຮ່າງງົບປະມານໄປພ້ອມກັບເງື່ອນໄຂເພີ່ມຫນີ້ສິນເຟດານສະຫະລັດ.