(vovworld)- ຕອນເຊົ້າວັນທີ 20/6, ດ້ວຍຈຳນວນບັດເຫັນດີຢ່າງສູງ, ບັນດາ ສສຊ ໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນສະຫລຸບຂາດຕົວງົບປະມານແຫ່ງລັດປີ 2011. ນອກນັ້ນ ສະພາແຫ່ງຊາດຍັງປຶກສາຫາລືຮ່າງກົດໝາຍວ່າດ້ວຍການປະມູນສະບັບປັບປຸງ. ກ່າວຄຳເຫັນທີ່ວາລະປຶກສາຫາລື, ສສຊ ຫລາຍທ່ານຖືວ່າ: ຮ່າງກົດໝາຍສະບັບນີ້ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບການໃຫ້ບຸລິມະສິດ,ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ, ສິນຄ້າພາຍໃນປະເທດ. ການບຸລິມະສິດບໍ່ແມ່ນຫລຸດຜ່ອນບັນດາມາດຖານ, ຫລຸດຜ່ອນຄວາມແກ້ງແຍ້ງໃນການປະມູນ ຫາກເພື່ອຕິດພັນການແກ້ໄຂບັນດາບັນຫາເສດຖະກິດກັບສັງຄົມ, ຊຸກຍູ້ການຜະລິດພາຍໃນປະເທດ, ສ້າງວຽກເຮັດງານທຳໃຫ້ແກ່ຄົນງານພາຍໃນປະເທດ.
ສະພາແຫ່ງຊາດຮັບຮອງເອົາກົດໝາຍ 3 ສະບັບ
ໃນວາລະປະຊຸມຂອງວັນທີ 20/6
ພາບ:internet
|
ຕອນບ່າຍວັນດຽວກັນ ບັນດາສສຊ ລົງມະຕິຮັບຮອງເອົາ 2 ມະຕິ ແລະ ກົດໝາຍ 3 ສະບັບ. ນັ້ນແມ່ນມະຕິກ່ຽວກັບໂຄງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດປີ 2014. ມະຕິກ່ຽວກັບການເຈລະຈາເຊັ່ນຂໍ້ຕົກລົງຂັ້ນລັດຖະບານກ່ຽວກັບການແກ້ໄຂບັນຫາຊາວອົບພະຍົມຢ່າງເສລີ ແລະ ການສົມລົດໂດຍບໍ່ຈົດທະບຽນຢູ່ເຂດຊາຍແດນ ຫວຽດນາມ - ລາວ. ກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງຂັ້ນຮາກຖານ, ກົດໝາຍ ການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການພັກອາໄສ, ກົດໝາຍປັບປຸງ,ເພີ່ມເຕີມມາດຕາ 170 ຂອງກົດໝາຍວ່າດ້ວຍວິສາຫະກິດ.