ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍທະບຽນສານ(ສະບັບປັບປຸງ)
(ພາບປະກອບ)
(vovworld) – ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ຕອນເຊົ້າວັນທີ 20/6, ບັນດາສະມາຊິກສະພາແຫ່ງຊາດ ເຮັດວຽກຢູ່ຫໍປະຊຸມ, ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍທະບຽນສານ (ສະບັບປັບປຸງ) ແລະ ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນ ຫວຽດນາມ.
ບົດລາຍງານອະພິປາຍ, ຮັບຟັງຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍທະບຽນສານ (ສະບັບປັບປຸງ) ຍື່ນສະເໜີຕໍ່ສະພາແຫ່ງຊາດ ຮັບຮອງເອົາຊີ້ແຈ້ງວ່າ: ບັນດາຄຳເຫັນລ້ວນແຕ່ເຫັນດີຕໍ່ຂໍ້ກຳນົດກ່ຽວກັບຂອບເຂດຄວາມຮັບຜິດຊອບຂອງທະບຽນສານທີ່ມີຕໍ່ການທະບຽບສານເອກະສານ. ມີບາງຄຳເຫັນເປັນຫ່ວງເປັນໃຫຍ່ຕໍ່ຄວາມສາມາດເປັນໄປໄດ້ຂອງຂໍ້ກຳນົດກ່ຽວກັບເນື້ອໃນນີ້. ດັ່ງນັ້ນ, ຄະນະປະຈຳສະພາແຫ່ງຊາດ ຂໍສະພາແຫ່ງຊາດອະນຸຍາດໃຫ້ຮັກສາຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບຂອງນັກທະບຽນສານ ແລະ ລະບຽບການເຮັດທະບຽບສານສຳລັບການແປພາສາຄືໃນຮ່າງກົດໝາຍ.
ຫຼັງຈາກນັ້ນ, ດ້ວຍບັດສະໜັບສະໜູນສ່ວນຫຼາຍ, ສະພາແຫ່ງຊາດ ໄດ້ລົງຄະແນນສຽງ ຮັບຮອງເອົາກົດໝາຍວ່າດ້ວຍທະບຽນສານ. ສະບັບປັນປຸງ ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນ ຫວຽດນາມ.