ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບແຜນນະໂຍບາຍລົງທຶນໂຄງການຈຸດໝາຍແຫ່ງຊາດໄລຍະ2016-2020
|
(vovworld)- ວັນທີ 12/11, ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິກ່ຽວກັບແຜນນະໂຍບາຍການລົງທຶນໂຄງການຈຸດໝາຍແຫ່ງຊາດ ໄລຍະ 2016-2020. ຕາມນັ້ນແລ້ວ, ໄລຍະ 2016-2020, ຫວຽດນາມ ປະຕິບັດ 2 ໂຄງການຈຸດໝາຍແຫ່ງຊາດ ນັ້ນແມ່ນ ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່ ແລະ ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ. ສຳລັບໂຄງການກໍ່ສ້າງຊົນນະບົດໃຫມ່ ແມ່ນວາງຄາດໝາຍຮອດປີ 2020, ຈຳນວນຕາແສງບັນລຸມາດຖານຊົນນະບົດໃຫມ່ ແມ່ນປະມານ 50%, ບໍ່ມີຕາແສງໃດບັນລຸຕ່ຳກວ່າລະດັບ 5 ມາດຖານ. ສຳລັບໂຄງການຈຸດໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແມ່ນວາງຄາດໝາຍ ຈຳກັດສະພາບຖືກທຸກຍາກຄືນໃຫມ່ ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດ, ຮັບປະກັນຊີວິດສັງຄົມ, ປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈ, ເພີ່ມລາຍຮັບໃຫ້ຜູ້ທຸກຍາກ, ຫລຸດຜ່ອນອັດຕາຄອບຄົວທຸກຍາກ ສະເລ່ຍ ແຕ່ 1%-1,5%/ປີ ໃນທົ່ວປະເທດ. ສະເພາະບັນດາເມືອງທຸກຍາກ, ຕາແສງທຸກຍາກເປັນພິເສດ ຫລຸດລົງ 4%/ປີ ຕາມມາດຖານຄວາມທຸກຍາກແຫ່ງຊາດ ໄລຍະ 2016-2020.