ສະພາແຫ່ງຊາດເກຼັກຮັບຮອງເອົາບ້ວງເງິນປະຕິຮູບໃໝ່

ສະພາແຫ່ງຊາດເກຼັກຮັບຮອງເອົາບ້ວງເງິນປະຕິຮູບໃໝ່ - ảnh 1
ສະພາແຫ່ງຊາດເກຼັກຮັບຮອງເອົາບ້ວງເງິນປະຕິຮູບໃໝ່
ພາບ: AFP/TTXVN


(vovworld) - ຕອນ​ຄ່ຳວັນ​ທີ 08/05, ສະ​ພາ​ແຫ່ງ​ຊາດ​ ເກຼັກ​ ໄດ້ຮັບ​ຮອງ​ບ້ວງ​ເງິນ “ຮັດ​ເຂັ້ມ​ຂັດ” ໃໝ່ ເພື່ອ​ແລກ​ເ​ອົາ​ບ້ວງ​ເງິນ​ກູ​ຊ່ວຍ​ຈາກ​ບັນ​ດາ​ເຈົ້າ​ໜີ​ສາ​ກົນ ແນ​ໃສ່​​ຊຳ​ລະ​ໜີ​ໃຫ້​ປະ​ເທດ​ທີ່​ພວມ​ຕິດ​ໜີ​ຢ່າງ​ຫຼວງ​ຫຼາຍນີ້. ກົດ​ໝາຍ​ໃໝ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ ເມື່ອ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ພັນ​ທະ​ມິດ​ກຳ​ອຳ​ນາດ​ທັງ​ໝົດ 153 ທ່ານ ໃນ​ຈຳ​ນວນສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ເກຼັກ 300 ທ່ານ​ໄດ້​ປ່ອນ​ບັດ​ສະ​ໜັບ​ສະ​ໜູນ. ບັນ​ດາ​​ມາດ​ຕະການ​ປະ​ຕ​ິ​ຮູບ​ໃໝ່ ​​ທີ່ກໍ​ຄວາມໂຕ້​ຖຽນ​ກັນ​​ນັ້ນລວມ​ມີ: ​ມາດ​ຕາຫຼຸດ​ຜ່​ອນ​​ເງິນ​ເດືອນເບຍ​ບຳ​ນ​ານ ເພື່ອ​ຊ່ວຍ​ເກຼັກ ​ສາ​ມາດ​ປະ​ຢັດເງິນ​ໄດ້ 1,8 ຕື້ເອີ​ໂລ. ນອກນັ້ນ, ເລື່ອງ​ເພີ່ມ​ພາ​ສີ​ກໍ​ຊ່ວຍ​ໃຫ້​ງົບ​ປະ​ມານ​ແຫ່ງ​ລັດ​ຂອງ​ເກຼັກ ​ເພີ່ມ​ຂຶ້ນ 1,8 ຕື້ເອີ​ໂລ.

ຂ່າວ/ບົດ​ອື່ນ