ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງ ຢູ່ຂັ້ນຮາກຖານ
ພາບ:internet
|
(vovworld) - ວັນທີ 22/11, ໂດຍສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ ) ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານ. ຮ່າງກົດໝາຍສະບັບນີ້ ໄດ້ກຳນົດຢ່າງຈະແຈ້ງຫນ້າທີ່ຂອງລັດຖະບານ, ກະຊວງຍຸຕິທຳ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບຄະນະກຳມະການປະຊາຊົນທຸກຂັ້ນ ມີບົດບາດຄຸ້ມຄອງ, ສ້າງເງື່ອນໄຂສະດວກ, ຫນູນຊ່ວຍງົບປະມານໃຫ້ແກ່ການເຄື່ອນໄຫວໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານ. ຈຸດໃຫມ່ຂອງຮ່າງກົດໝາຍສະບັບນີ້ ເມື່ອທຽບໃສ່ລັດຖະບັນຍັດວ່າດ້ວຍການໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານໃນປະຈຸບັນ ແມ່ນຮັບຮູ້ບົດບາດຫລັກແຫລ່ງຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກໃນວຽກງານໄກ່ເກ່ຍປອງດອງ. ກ່ຽວກັບມາດຖານສຳລັບຜູ້ເຮັດວຽກງານໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານ,ທ່ານນາງ ຫງວຽນທິບິກຍ້ຽມ, ສສຊ ແຂວງ ອຽນບາຍ ປະກອບຄຳເຫັນວ່າ:
“ຂ້າພະເຈົ້າເຫັນດີຕໍ່ເລື່ອງ ຜູ້ເຮັດວຽກງານໄກ່ເກຍປອງດອງມີຄວາມຮູ້ດ້ານກົດໝາຍແມ່ນດີທີ່ສຸດ ແລະ ຈຳເປັນທີ່ສຸດ. ສະນັ້ນ ຂ້າພະເຈົ້າສະເຫນີວ່າ: ກົດໝາຍສະບັບດັ່ງກ່າວຕ້ອງກຳນົດມາດຖານຂອງຜູ້ເຮັດວຽກງານໄກ່ເກ່ຍປອງດອງຕາມທິດເປີດ ເພື່ອເໝາະສົມກັບແຕ່ລະເຂດ, ແຕ່ລະທ້ອງຖິ່ນ. ໃນວິວັດການໄກ່ເກ່ຍປອງດອງ ຄວນສ້າງເງ່ືອນໄຂໃຫ້ແກ່ຜູ້ເຮັດວຽກງານໄກ່ເກ່ຍປອງດອງໄດ້ຮັບການບຳລຸງຄວາມຮູ້ດ້ານກົດໝາຍ, ຍົກສູງວິຊາສະເພາະ ແລະ ຄວາມຊຳນານງານໃນການໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານ.”