(vovworld) – ວັນທີ 17/06, ສະພາແຫ່ງຊາດຢູແກຼນ ໄດ້ຮັບຮອງເອົາມະຕິກ່ຽວກັບບັນຫາເພີ່ມທະວີການຄວບຄຸມເຂດຊາຍແດນທາງທິດຕາເວັນອອກກັບລັດເຊຍ. ມີຈຳນວນ 261/450 ສະມາຊິກສະພາແຫ່ງຊາດຢູແກຼນ ໄດ້ສະໜັບສະໜູນມະຕິເລກທີ 4048 ກ່ຽວກັບການເພີ່ມທະວີການຄວບຄຸມ ແລະ ປົກປັກຮັກສາເຂດຊາຍແດນ. ຕາມນັ້ນແລ້ວ, ໃນໄລຍະເປັນເວລາ 1 ເດືອນ, ອົງການປ້ອງກັນຊາຍແດນຢູແກຼນ ຕ້ອງເພີ່ມທະວີຈຳນວນພາລະກອນເພື່ອສາມາດຄວບຄຸມເຂດຊາຍແດນທາງທິດຕາເວັນອອກກັບລັດເຊຍ. ມະຕິກໍ່ຮຽກຮ້ອງໃຫ້ລັດຖະບານຢູແກຼນ ກຳນົດຈຳນວນດ່ານຊາຍແດນລະຫວ່າງ 2 ປະເທດໃນຮອບເວລາ 1 ເດືອນ. ມະຕິດັ່ງກ່າວກໍ່ຮຽກຮ້ອງເພີມທະວີການຄວບຄຸມນຊາຍແດນຢູແກຼນ, ບໍລິເວນຕິດກັບ Pridnestrovye, ເຂດດິນຂຶ້ນກັບ Moldova ບ່ອນທີ່ມີຊາວເຊື້ອຊາດລັດເຊຍ ດຳລົງຊີວິດ ແລະ ພວມທວງໃຫ້ໂຮມດິນແດນເຂົ້າກັບລັດເຊຍ.