ສະມັດຊາໃຫຍ່ສປຊເລືອກຕັ້ງປະທານໃໝ່ຊຸດທີ69
ທ່ານ Sam Kahamba Kutesa
(ພາບ: un.org)
(vovworld) – ວັນທີ 11/6, ສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ) ໄດ້ເລືອກຕັ້ງທ່ານ Sam Kahamba Kutesa, ລັດຖະມົນຕີການຕ່າງປະເທດ Uganda, ເປັນປະທານສະມັດຊາໃຫຍ່ ສປຊ ຊຸດທີ 69, ເລີ່ມແຕ່ເດືອນ 9/2014.
ກ່າວຄຳເຫັນພາຍຫຼັງໄດ້ຮັບການເລືອກຕັ້ງ, ທ່ານ Kutesa ໃຫ້ຮູ້ວ່າ: ຫົວຂໍ້ຕົ້ນຕໍຂອງສະມັດຊາໃຫຍ່ ສປຊ ຊຸດທີ 69 ຈະແມ່ນ “ຍົກອອກ ແລະ ປະຕິບັດໂຄງການພັດທະນາທີ່ມີການຫັນປ່ຽນດ້ານຄຸນນະພາບຫຼັງປີ 2015”. ທ່ານ Kutesa ເນັ້ນໜັກວ່າ: ໂລກສືບຕໍ່ຕ້ອງປະເຊີນໜ້າກັບການທ້າທາຍຫຼາຍຢ່າງທີ່ສົ່ງຜົນສະທ້ອນເຖິງໂລກ, ໃນນັ້ນມີໄພທຸກຍາກ ອຶດຫິວ, ໄພຫວ່າງງານ, ການປ່ຽນແປງຂອງດິນຟ້າອາກາດ, ການປະທະກັນດ້ວຍກຳລັງປະກອບອາວຸດ...
ທ່ານເລຂາທິການໃຫຍ່ ສປຊ Ban Ki – moon ຕີລາຄາສູງບັນດາບົດຮຽນເຊິ່ງທ່ານ Kutesa ບັນລຸໄດ້ໃນຖານະຕຳແໜ່ງຕ່າງໆ ແລະ ສະແດງຄວາມຫວັງວ່າທ່ານ Kutesa ຈະແມ່ນຜູ້ສ້າງຄວາມເຫັນດີເຫັນພ້ອມໃນສະມັດຊາໃຫຍ່ ສປຊ.