(ພາບປະກອບ) |
(vovworld)- ສະມາຄົມຊາວປະມົງຫວຽດນາມຫາກໍສົ່ງເອກະສານເຖິງຫ້ອງວ່າການລັດຖະບານຫວຽດນາມ, ກະຊວງກະສີກຳ ແລະ ພັດທະນາຊົນນະບົດ, ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອຄັດຄ້ານການກະທຳຂອງກຳປັ່ນຈີນທີ່ກີດຂວາງຕໍ່ການກອບກູ້ຊີວິດຂອງຊາວປະມົງຫວຽດນາມທີ່ພວມເປັນເຈັບໜັກ ແລະ ບຸກໂຈມຕີກຳປັ່ນຫາປາຂອງຊາວປະມົງຫວຽດນາມ. ສະມາຄົມຊາວປະມົງຫວຽດນາມເນັ້ນໜັກວ່າ ນີ້ແມ່ນການກະທຳໄຮ້ມະນຸດສະທຳ, ລະເມີດສົນທິສັນຍາ ສ.ປ.ຊ ກ່ຽວກັບກົດໝາຍທະເລປີ 1982 . ສະມາຄົມຊາວປະມົງຫວຽດນາມຮຽກຮ້ອງຈີນ ຈົ່ງຢຸດຕິໃນທັນທີ ແລະ ບໍ່ປະໃຫ້ການກະທຳຄືດັ່ງກ່າວເກີດຂຶ້ນອີກ.