ປະທານສະມາຄົມນັກດົນຕີຫວຽດນາມ ໂດຮົ່ງກວນກ
(ພາບ: ດິງຕ໋ວານ)
(vovworld) - ຕອນຄຳ່ວັນທີ 29/12, ສະມາຄົມນັກດົນຕີຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງ (ວັນທີ 30/12/1957-30/12/2012). ໃນ 55 ປີຜ່ານມາ, ສະມາຄົມນັກດົນຕີຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງໃນການຕໍ່ຕ້ານ 2 ຄັ້ງ ຕ້ານລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ, ປົກປັກຮັກສາປະເທດຊາດ. ໃນ 55 ປີຜ່ານມາ, ດົນຕີປະຕິວັດຫວຽດນາມ ໄດ້ມີບົດດົນຕີອຳມະຕະຫຼາຍບົດທີ່ສ້າງເປັນຂີດໝາຍໃນຊີວິດທາງດ້ານດົນຕີຂອງຫວຽດນາມ. ກ່າວຄວາມເຫັນນະພິທີ, ທ່ານ ດິງເທ໋ຮວີງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ເນັ້ນໜັກວ່າ:
”ສະມາຄົມນັກດົນຕີຫວຽດນາມ ຄວນຕີລາຄາຢ່າງຄົບຖ້ວນ, ຊັດເຈນ ແລະ ພາວະວິໄສ ບັນດາຜົນງານຂອງພື້ນຖານດົນຕີຫວຽດນາມ, ພິເສດແມ່ນໃນໄລຍະປ່ຽນໃໝ່. ເອົາໃຈໃສ່ເບິ່ງແຍງເຖິງວຽກງານຈັດຕັ້ງ, ກໍ່ສ້າງກຳລັງຂອງສະມາຄົມ; ປ່ຽນໃໝ່ຮູບການເຄື່ອນໄຫວ, ປະກອບສ່ວນສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດານັກດົນຕີຫວຽດນາມ ແຕ່ງບົດດົນຕີທີ່ມ່ວນ, ເຂັ້ມຄົ້ນໄປດ້ວຍລັກສະນະວັດທະນະທຳມະນຸດໄດ້ຫຼາຍບົດ”