ສະມາຄົມອາຊີບການປະມົງຫວຽດນາມ ຄັດຄ້ານຂໍ້ກໍານົດຂອງຈີນກ່ຽວກັບການຫ້າມຫາປາຢູ່ທະເລຕາເວັນອອກ
(VOVWORLD) - ວັນທີ 04 ພຶດສະພາ, ສະມາຄົມອາຊີບການປະມົງຫວຽດນາມ ໄດ້ຍື່ນເອກະສານເຖິງຫ້ອງວ່າການລັດຖະບານ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ, ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ກ່ຽວກັບການຄັດຄ້ານເລື່ອງ ຈີນປະກາດໃຊ້ຂໍ້ກໍານົດຫ້າມຈັບຫາປາຢູ່ທະເລຕາເວັນອອກ ປີ 2020.
ສະມາຄົມອາຊີບການປະມົງຫວຽດນາມ ໃຫ້ຮູ້ວ່າ, ຕາມບັນດາເວັບໄຊສະໜອງຂໍ້ມູນຂ່າວສານແລ້ວ,ຈີນ ໄດ້ປະກາດ “ຂໍ້ກໍານົດຫ້າມຫາປາຢູ່ທະເລຕາເວັນອອກ, ບໍລິເວນຫ້າມຫາປາແມ່ນຈາກເຂດທະເລທາງທິດເໜືອຂອງທະເລຕາເວັນອອກ ຮອດຈຸດພິກັດ 12 ອົງສາເສັ້ນຂະໜານ ເໜືອ, ລວມທັງສ່ວນໜຶ່ງຂອງອ່າວພາກເໜືອ ແລະ ໝູ່ເກາະຮວ່າງຊາ ເຊິ່ງຂຶ້ນກັບອະທິປະໄຕຂອງຫວຽດນາມ, ໂດຍມີຜົນບັງຄັບໃຊ້ແຕ່ວັນທີ 01 ພຶດສະພາ 2020 ຫາວັນທີ 16 ສິງຫາ 2020”.
ກໍ່າປັ່ນຫາປາຂອງຊາວປະມົງຢູ່ທະເລ (ພາບປະກອບ: baobinhphuoc.vn) |
ສະມາຄົມອາຊີບການປະມົງຫວຽດນາມ ເນັ້ນໜັກວ່າ ຂໍ້ກໍານົດດັ່ງກ່າວໄດ້ລະເມີດອະທິປະໄຕສໍາລັບໝູ່ເກາະຮວ່າງຊາ ແລະ ບັນດາເຂດທະເລຂອງຫວຽດນາມ, ລະເມີດບັນດາສິດ ແລະ ຜົນປະໂຫຍດອັນຊອບທໍາ, ກີດຂວາງຕໍ່ການຜະລິດຢູ່ທະເລຂອງຊາວປະມົງຫວຽດນາມ, ລະເມີດກົດໝາຍສາກົນ.
ສະມາຄົມອາຊີບການປະມົງຫວຽດນາມ ຄັດຄ້ານການກະທໍາທີ່ໄຮ້ເຫດຜົນຂອງຈີນຢ່າງຮຸນແຮງ. ຂໍ້ກໍານົດດັ່ງກ່າວ ບໍ່ມີຄຸນຄ່າດ້ານນິຕິກໍາ ສໍາລັບບັນດາເຂດທະເລ ທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມ. ຊາວປະມົງຫວຽດນາມ ມີສິດຫາປາໃນບັນດາເຂດທະເລຂຶ້ນກັບອະທິປະໄຕຂອງຫວຽດນາມ ຢ່າງສິ້ນເຊີງ.