(vovworld) - ທີ່ການຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມອາຊີບຫາປາ ຫວຽດນາມ ຊຶ່ງດຳເນີນໃນຕອນບ່າຍວັນທີ 10/6, ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ ບົດບາດຂອງສະມາຄົມອາຊີບຫາປາ ຫວຽດນາມ ທີ່ມີຕໍ່ຊາວປະມົງນັບລ້ານຄົນໃນທົ່ວປະເທດແມ່ນສຳຄັນທີ່ສຸດ. ທ່ານ ຫງວຽນທ້ຽນເຍີນ ຕີລາຄາສູງສະມາຄົມອາຊີບຫາປາຫວຽດນາມ ທີ່ມີການເຄື່ອນໄຫວສົມທົບກັນໃນຂົງເຂດສິນໃນນ້ຳ, ປະກອບສ່ວນປະຕິບັດຈຸດໝາຍພັດທະນາເສດຖະກິດສິນໃນນ້ຳແບບຍືນຍົງ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຊາວປະມົງ. ທ່ານ ຫງວຽນທ້ຽນເຍີນ ກໍ່ຮຽກຮ້ອງວ່າ: ໃນໄລຍະຈະມາເຖິງ, ສະມາຄົມອາຊີບຫາປາ ຫວຽດນາມ ຄວນເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງສະມາຊິກສະມາຄົມ ແລະ ວິສາຫະກິດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບເຂດທະເລ, ໝູ່ເກາະ ຕ້ອງຕິດພັນກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ ແລະ ພັດທະນາການຂຸດຄົ້ນໄກຝັ່ງ, ຢັ້ງຢືນອະທິປະໄຕໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຂອງ ຫວຽດນາມ.
ສະມາຄົມອາຊີບຫາປາ ນະຄອນດ່ານັ້ງ ຫາກໍ່ຮັບຈຳນວນເງິນ 5 ຕື້ດົ່ງຈາກບັນດາອົງການ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດຊ່ວຍຊາວປະມົງປະສົບກັບຄວາມຫຍຸ້ງຍາກ, ມີກຳປັ່ນຖືກເປເພຍ້ອນກຳປັ່ນ ຈີນ ຕຳ່ ຫຼື ຖືກປະສົບເຄາະຮ້າຍ, ຄວາມສ່ຽງໃນການເດີນທະເລ. ທ່ານ ເຈີ່ນວັນຫຼີ້ງ, ປະທານສະມາຄົມອາຊີບຫາປາ ນະຄອນດ່ານັ້ງ, ໃຫ້ຮູ້ວ່າ:
“ເຖິງວ່າການກະທຳຂອງ ຈີນ ນັບມື້ນັບຮ້າຍແຮງກໍ່ຕາມ, ແຕ່ຊາວປະມົງພວກຂ້າພະເຈົ້າບໍ່ທໍ້ຖອຍໃຈ. ໂດຍໄດ້ຮັບກຳລັງໜູນຈາກພໍ່ແມ່ປະຊາຊົນ, ໄດ້ຮັບການປົກປ້ອງຂອງກຳລັງຕ່າງໆ, ຊາວປະມົງພວກຂ້າພະເຈົ້າສືບຕໍ່ເດີນທະເລໄປຫາປາ, ທັງທຳມາຫາກິນ, ທັງປົກປັກຮັກສາອະທິປະໄຕຂອງປະເທດຊາດ ”