(vovworld) – ວັນທີ 7/2, ຢູ່ບ້ານ ດົງ, ຕາແສງ ອານຫາຍ, ເມືອງເກາະ ຫຼີເຊີນ, ແຂວງ ກວາງຫງາຍ, ສະມາຄົມອາຊີບຫາປາຕາແສງ ອານຫາຍ - ເຊິ່ງແມ່ນສະມາຄົມອາຊີບຫາປາທຳອິດຂອງທົ່ວປະເທດ ໄດ້ຈັດຕັ້ງພິທີເລີ່ມເຄື່ອນໄຫວຂຸດຄົ້ນສິນທະເລໃນໄລຍະຕົ້ນປີ. ທ່ານ ຫງວຽນກວກຈີ໋ງ, ປະທານສະມາຄົມອາຊີບ ຫາປາ ອານຫາຍ, ໃຫ້ຮູ້ວ່າ:
“ໃນປີ 2014, ພວກຂ້າພະເຈົ້າໄດ້ຈັດຕັ້ງພິທີເລີ່ມເຄື່ອນໄຫວຂຸດຄົ້ນສິນທະເລ, ຂົນຂວາຍພໍ່ແມ່ປະຊາຊົນຕັດສິນໃຈຕິດພັນກັບທະເລ ເພື່ອຢັ້ງຢືນອະທິປະໄຕທະເລໝູ່ເກາະຂອງປະເທດຊາດ. ພ້ອມທັງຂຸດຄົ້ນສິນທະເລໃຫ້ບັນລຸໄດ້ຄາດໝາຍ 16.000 ໂຕນ ແລະ ຈະເພີ່ມປະລິມານກ່ວາອີກ. ຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າໄດ້ໂຄສະນາເຜິຍແຜ່ກ່ຽວກັບບັນຫາສະຕິອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ, ຕັດສິນໃຈຕິດພັນກັບທະເລ.”
ປີ 2013, ປະລິມານຂຸດຄົ້ນສິນທະເລຂອງສະມາຄົມບັນລຸເກືອບ 16.000 ໂຕນ, ສ້າງລາຍຮັບໃຫ້ຜູ້ອອກແຮງງານຜູ້ລະ 5 ລ້ານດົ່ງ/ເດືອນ.