ສະມາຊິກສະພາສູງ John McCain ຖອນຄຳຕັດສິນສະໜັບສະໜູນທ່ານ D.Trump
ທ່ານສະມາຊິກສະພາສູງຂອງພັກສາທາລະນະ John McCain
(ພາບປະກອບ: AP)
(vovworld) - ວັນທີ 08/10, ທ່ານສະມາຊິກສະພາສູງຂອງພັກສາທາລະນະ John McCain, ທັງເປັນປະທານກຳມາທິການກຳລັງທະຫານສະພາສູງອາເມລິກາ, ໄດ້ຖະແຫຼງ ຖອນຄຳຕັດສິນສະໜັບສະໜູນທ່ານ D.Trump ໃນການຊ່ວງເສັງເຂົ້າທຳນຽບຂາວຢ່າງເປັນທາງການ ຍ້ອນຜູ້ອອກສະໝັກຮັບເລືອກຕັ້ງນີ້ມີບັນດາຄຳວິຈານທີ່ຂາດຄວາມສຸພາບສຳລັບແມ່ຍິງ. ການກະທຳດັ່ງກ່າວໄດ້ຮັບຖືວ່າກໍ່ຄວາມບໍ່ສະດວກໃຫ້ເສດຖິເງິນຕີ້ Trump, ໃນສະພາບທີ່ບໍ່ທັນຮອດ 24 ຊົ່ວໂມງອີກ ຈະດຳເນີນການໂຕ້ວາທີໂດຍກົງທາງໂທລະພາບຄັ້ງທີ 2 ກັບຄູ່ແຂ່ງພັກປະຊາທິປະໄຕ Hillary Clinton ແລະ ມີເວລາພຽງ 1 ເດືອນຈະກ້າວເຂົ້າສູ່ເວລາເລືອກຕັ້ງປະທານາທີບໍດີອາເມລິກາ. ແຕ່ວ່າ, ໃນບົດກ່າວປາໄສຂອງຕົນ, ທ່ານ John McCain ກໍຢືນຢັນ ຈະບໍ່ປ່ອນບັດໃຫ້ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກປະຊາທິປະໄຕ.
ເຖິງວ່າ ຖືກຕຳຕິໜິຕິຕຽນຍ້ອນຄຳເຫັນທີ່ຂາດຄວາມສຸພາບສຳລັບແມ່ຍິງ, ແຕ່ທ່ານ Trump ຍັງຖະແຫຼງວ່າຈະບໍ່ປະລະການຊ່ວງເສັງເຂົ້າທຳນຽບຂາວ.