ສະມາຊິກສະພາ ແຫ່ງຊາດອາເມລິ ກາ ຄັດຄ້ານຮ່າງ ກົດໝາຍສິດທິ ມະນຸດຫວຽດນາມ

ສະມາຊິກສະພາ ແຫ່ງຊາດອາເມລິ ກາ ຄັດຄ້ານຮ່າງ ກົດໝາຍສິດທິ ມະນຸດຫວຽດນາມ - ảnh 1
ທ່ານສະມາຊິກ​ສະພາ​ຕໍ່າ​ອາ​ເມ​ລິ​ກາ Eni Faleomavaega
(ພາບອີນເຕີແນດ)

(vovworld) - ວັນ​ທີ 12/9, ສະພາ​ຕໍ່​າອາ​ເມ​ລິ​ກາ​ໄດ້​ຮັບຮອງ​ເອົາຮ່າງ​ກົດໝາຍ​ວ່າ​ດ້ວຍສິດທິ​ມະນຸດ​ຫວຽດນາມ. ​ແຕ່ຮ່າງ​ກົດໝາຍພວມ​ໄດ້​ຮັບ​ການ​ຄັດຄ້ານ​ຈາກ​ສະມາຊິກ​ສະພາ​ແຫ່ງຊາດ​ອາ​ເມ​ລິ​ກາ. ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ກ່ຽວ​ກັບ​ຂໍ້​ຕົກລົງ​ຂອງ​ສະພາ​ຕໍ່າ ອາ​ເມ​ລິ​ກາ. ທ່ານ Eni Faleomavaega, ສະມາຊິກ​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ຕໍ່າອາ​ເມ​ລິ​ກາ, ​ໃຫ້​ຮູ້​ວ່າ:

”ຂ້າພະ​ເຈົ້າ​ບໍ່​ເຫັນ​ດີ​ກັບ​ຄວາມ​ເຫັນ​ຂອງສະມາຊິກ​ສະພາ​ແຫ່ງຊາດບາງ​ທ່ານ​ທີ່​ຖື​ວ່າ ລັດຖະບານ​ຫວຽດນາມ​ຍັງ​ບໍ່​ທັນ​ປະຕິບັດ​ຫຼັກການ​ມະນຸດສະທຳ. ດ້ວຍ​ເງື່ອນ​ໄຂ ​ແລະ ບັນດາ​ບັນຫາ​ເຊິ່ງປະ​ເທດ​ໜຶ່ງ​ພວມ​ພັດທະນາ​ຄື​ຫວຽດນາມ ພວມ​ປະສົບ​ນັ້ນ, ຂ້າພະ​ເຈົ້າ​ອາດ​ເວົ້າ​ໄດ້​ວ່າ ຫວຽດນາມ ​ພວມ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ສາມາດ​ເຮັດ​ໄດ້​ໃນ​ສະພາບ​ການ​ຕົວ​ຈິງ​ປະຈຸ​ບັນ”.

ກ່ຽວ​ກັບ​ວິທີ​ສຳ​ພັດ​ໃນ​ບັນຫາ​ມະນຸດສະທຳ, ສະມາຊິກ​ສະພາ​ຕໍ່າອາ​ເມ​ລິ​ກາ Eni Faleomavaega ຊີ້​ແຈ້ງວ່າ:

”ຂ້າພະ​ເຈົ້າ​ບໍ່​ເຫັນ​ດີ​ກັບ​ທັດສະນະ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຈຳນວນ​ໜຶ່ງ, ​​ແຕ່ລະ​ປະ​ເທດ​ລ້ວນ​ແຕ່​ມີ​ຄຸນຄ່າ ​ແລະ ຫຼັກການ​ສະ​ເພາະ​ໃນ​ການ​ປະຕິບັດ​ສິດທິ​ມະນຸດ. ຂ້າພະ​ເຈົ້າ​ຖື​ວ່າລັດຖະບານ​ຫວຽດນາມ ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຍ່າງ​ດີ​ທີ່​ສຸດ. ຍາມ​ໃດ​ຂ້າພະ​ເຈົ້າ​ກໍ່ຄັດຄ້ານ​ເລື່ອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຕຳ​ໜິຕິ​ຕຽນສະພາບ​ການ​ສິດທິ​ມະນຸດ​ຢູ່​ຫວຽດນາມ. ຂ້າພະ​ເຈົ້າ​ຖື​ວ່າ​ ສິດທິ​ມະນຸດ​ຢູ່​ຫວຽດນາມ ​ບໍ່​ທັນ​ໄດ້​ຮັບ​ການ​ສ່ອງ​ແສງ​ຢ່າງ​ຊັດ​ເຈນ”

ສະມາຊິກ​ສະພາ​ຕໍ່າ​ອາ​ເມ​ລິ​ກາ Eni Faleomavaega  ຖື​ວ່າ ຮ່າງ​ກົດໝາຍ​ວ່າ​ດ້ວຍສິດທິ​ມະນຸດ​ຫວຽດນາມ​ແມ່ນ​ໄປ​ຝືນ​ກັບ​ບັນດາ​ຄວາມ​ມານະ​ພະຍາ​ມ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ​ ຂອງ​ອຳນາດ​ການ​ປົກຄອງ​ອາ​ເມ​ລິ​ກາ ​ໃນ​ຊຸມ​ປີຜ່ານມາ. ຄວາມ​ຈິງ​ແລ້ວ, ຍັງ​ບໍ່​ທັນ​ມີຮ່າງ​ກົດໝາຍ​ວ່າ​ດ້ວຍສິດທິ​ມະນຸດ​ຫວຽດນາມ​ ສະບັບ​ໃດ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຢູ່​ສະພາ​ສູງ ​ເຖິງ​ວ່າ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ຕຳ່​ແລ້ວ.

ຂ່າວ/ບົດ​ອື່ນ