ສະຫຼຸບບັ້ນຂົນຂວາຍສະສົມແລະໂຄສະນາວັດຖຸພັນເປັນທີ່ລະລຶກຕຳຫຼວດປະຊາຊົນ

ສະຫຼຸບບັ້ນຂົນຂວາຍສະສົມແລະໂຄສະນາວັດຖຸພັນເປັນທີ່ລະລຶກຕຳຫຼວດປະຊາຊົນ - ảnh 1
ການວາງສະແດງວັດຖຸພັນເປັນທີ່ລະລຶກ
(ພາບ: baophapluat.vn)

(vovworld) - ຕອນຄຳ່ວັນທີ 21/8, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີສະຫຼຸບ ບັ້ນ​ຂົນຂວາຍສະສົມ ແລະ ໂຄສະນາວັດຖຸ​ພັນເປັນ​ທີ່​ລະລຶກປະຫວັດສາດ​ຕຳຫຼວດ​ປະຊາຊົນ. ບັ້ນຂົນຂວາຍນີ້ເລີ່ມປຸກລະດົມແຕ່ປີ 2013, ເນື່ອງໃນໂອກາດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ ຂອງຕຳຫຼວດປະຊາຊົນ ຫວຽດນາມ (19/8/1945-19/8/2015), ແລະ 10 ປີແຫ່ງວັນບຸນທົ່ວປວງຊົນປົກປັກຮັກສາຄວາມສະຫງົບປອດໄພ​ຂອງ​ປະ​ເທດ​ຊາດ (2005-2015). ມາ​ຮອດ​ປະຈຸ​ບັນ, ຄະນະ​ຈັດ​ຕັ້ງ​ໄດ້​ຮັບ​ເອົາ​ວັດຖຸ​ພັນ​ເກືອບ 5.200 ຢ່າງ ​ເຊິ່ງ​ເປັນ​ທີ່​ລະ​ລຶກປະຫວັດ​ຊາດ​ກ່ຽວ​ກັບ​ກຳລັງ​ຕຳຫຼວດ​ປະຊາຊົນ, ​ໃນ​ນັ້ນ​ມີວັດຖຸ​ພັນ 200 ຢ່າງ​ໄດ້​ຮັບ​ເລືອກ​ເຟັ້ນ​ເພື່ອ​ວາງສະ​ແດງ​ຢູ່​ຫໍພິພິດທະພັນ​ຕຳຫຼວດ​ປະຊາຊົນ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ພົນ​ຕີ ຫງວຽນ​ຊວນ​ເມື່ອຍ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ຕຳຫຼວດ​ປະຊາຊົນ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ບັ້ນ​ຂົນຂວາຍ, ​ໃຫ້​ຮູ້​ວ່າ:

        “ໝາກຜົນ​ຂອງ​ບັ້ນ​ຂົນຂວາຍ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ກຳລັງ​ຕຳຫຼວດ​ປະຊາຊົນ​ທີ່​ມີ​ຕໍ່ໜ້າ​ທີ່​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ຊາດ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ຜ່ານ​ລາຍການ​ນີ້​ຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ການ​ສະໜັບສະໜູນ​ຂອງ​ພັກ, ລັດ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ໝູ່​ຄະນະ, ສ່ວນ​ບຸກຄົນ​ຢູ່​ພາຍ​ໃນ ​ແລະ ນອກ​ກຳລັງ​ຕຳຫຼວດ​ປະຊາຊົນ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ປະຫວັດສາດ ວັດທະນະທຳ​ຂອງ​ຕຳຫຼວດ​ປະຊາຊົນ“.

ຂ່າວ/ບົດ​ອື່ນ