(VOVWORLD) -ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ສົມທົບກັບ ຄະນະເສດຖະກິດສູນກາງ ແລະ ຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງກອງປະຊຸມສະຫຼຸບໂຄງການສົ່ງເສີມອຸດສາຫະກໍາແຫ່ງຊາດ ໄລຍະ 2014 – 2018 ຂຶ້ນ ໃນວັນທີີ 24 ເມສາ.
ກອງປະຊຸມ ສະຫຼຸບໂຄງການສົ່ງເສີມອຸດສາຫະກໍາແຫ່ງຊາດ ໄລຍະ 2014 – 2018 |
ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ ການເຄື່ອນໄຫວສົ່ງເສີມອຸດສາຫະກໍາ ໄດ້ຢັ້ງຢືນໃຫ້ເຫັນເຖິງບົດບາດສໍາຄັນ, ເປັນກໍໍາລັງໃຈ ແລະ ປຸກລະດົມບັນດາແຫຼ່ງກໍາລັງລົງທຶນເຂົ້າໃນການພັດທະນາຊົນນະບົດຕາມການວາງແຜນກໍານົດພັດທະນາອຸດສາຫະກໍາລະດັບຊາດ, ເຂດ ແລະ ແຂວງ. ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຖືວ່າ:
“ບັນດາເນື້ອໃນໃນໂຄງການສົ່ງເສີມອຸດສາຫະກໍາແຫ່ງຊາດ ມີ 7 ຂໍ້ໃຫຍ່, ໃນນັ້ນ ມີຫຼາຍຂໍ້ສໍາຄັນຄື ແນະນໍາ ແລະ ສະແດງເຕັກໂນໂລຢີ ເພື່ອໝູນໃຊ້ ແລະ ຍົກສູງປະສິດທິຜົນຂອງອຸດສາຫະກໍາ ແລະ ອຸດສາຫະກໍານ້ອຍຫັດຖະກໍາ ຢູ່ ທ້ອງຖິ່ນ, ຍົກສູງກໍາລັງຄວາມສາມາດໃນການບໍລິຫານ, ແກ້ງແຍ້ງຜະລິດຕະພັນ. ນອກຈາກນັ້ນ, ວຽກງານບໍາລຸງວິຊາຊີບ, ຮັບໃຊ້ໃຫ້ແກ່ການຖ່າຍທອດອາຊີບ, ແລກປ່ຽນວິຊາຊີບ, ສືບຕໍ່ພັດທະນາໝູ່ບ້ານອາຊີບຫັດຖະກໍາມູນເຊື້ອ, ໃນນັ້ນ ອໍານາດການປົກຄອງທ້ອງຖິ່ນ ສວມບົດບາດສໍາຄັນ”.
ເພື່ອຮັບປະກັນບັນດາເປົ້າໝາຍຂອງໂຄງການສົ່ງເສີມອຸດສາຫະກໍາແຫ່ງຊາດ ຮອດປີ 2020 ນັ້ນ ບັນດາການເຄືື່ອນໄຫວຂອງໂຄງການຈະສືບຕໍ່ຍູ້ແຮງການໜູນຊ່ວຍບັນດາເນື້ອໃນສ້າງຮູບແບບແນະນໍາ ດ້ານເຕັກນິກ, ຖ່າຍທອດເຕັກໂນໂລຢີ ແລະ ນໍາໃຊ້ເຄື່ອງຈັກທັນສະໄໝຢູ່ບັນດາຮາກຖານອຸດສາຫະກໍາໃນເຂດຊົນນະບົດ.