ສະຫະປະຊາຊາດກ່າວປະນາມການບຸກໂຈມຕີເຂົ້າວຽກງານກູ້ຊ່ວຍຢູ່ຊູດັງໃຕ້

(VOVWORLD) - ທີ 16 ກໍລະກົດ ອົງການມະນຸດສະທຳຂອງສະຫະປະຊາຊາດ ໄດ້ກ່າວປະນາມຢ່າງແຮງກ່ຽວກັບບັນດາເຫດບຸກໂຈມຕີນັບມື້ນັບເພີ່ມຂຶ້ນ ທີ່ເລັ່ງໃສ່ວຽກງານກູ້ຊ່ວຍມະນຸດສະທຳຢູ່ ຊູດັງໃຕ້ ໃນໄລຍະມໍ່ໆມານີ້
ສະຫະປະຊາຊາດກ່າວປະນາມການບຸກໂຈມຕີເຂົ້າວຽກງານກູ້ຊ່ວຍຢູ່ຊູດັງໃຕ້ - ảnh 1 (ພາບປະກອບ)

ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງສະຫະປະຊາຊາດ (OCHA) ໃຫ້ຮູ້ວ່າ: ສະເພາະເດືອນ ມິຖຸນາ 2017 ເທົ່ານັ້ນ ໄດ້ເກີດກໍລະນີໂຈມຕີ, ປຸ້ນສະດົມທີ່ເລັ່ງໃສ່ຖັນແຖວພາລະກອນກູ້ຊ່ວຍ, ສິນຄ້າອຸປະຖຳ, ຊັບສິນ… ຂອງບັນດາອົງການມະນຸດສະທຳສາກົນຢູ່ ຊູດັງໃຕ້ ເກືອບ 100 ຄັ້ງ. ນີ້ໄດ້ຮັບຖືວ່າ ແມ່ນຕົວເລກສະຖິຕິນັບແຕ່ກ່ອນມາຮອດປະຈຸບັນ.

        ຕາມບົດລາຍງານຄັ້ງຫລ້າສຸດຂອງບັນດາອົງການສະຫະປະຊາຊາດ, ມີພາລະກອນກູ້ຊ່ວຍສາກົນ, ປະຈຳຖິ່ນປະມານ 80 ຄົນ ໄດ້ເສຍຊີວິດຢູ່ ຊູດັງໃຕ້ ນັບແຕ່ເກີດການປະທະກັນເມື່ອເດືອນ ທັນວາ 2013.

 

ຕອບກັບ

ຂ່າວ/ບົດ​ອື່ນ