ສະຫະປະຊາຊາດຍົກສູງບົດບາດຂອງຊາວໜຸ່ມໃນການສ້າງສັນຕິພາບ,ສະກັດກັ້ນແລະແກ້ໄຂການປະທະກັນ
(ພາບປະກອບ)
(vovworld) - ສະພາຄວາມໝັ້ນຄົງສະຫະປະຊາຊາດ ຫາກໍຮັບຮອງເອົາມະຕິກະຕຸກຊຸກຍູ້ຊາວໜຸ່ມ ແລະ ແມ່ຍິງ ເພີ່ມທະວີເຂົ້າຮ່ວມການສະກັດກັ້ນ ແລະ ແກ້ໄຂບັນດາການປະທະກັນ. ມະຕິນີ້ໄດ້ຮັບຖືວ່າມີຄວາມໝາຍປະຫວັດສາດ ໃນສະພາບທີ່ນັບມື້ນັບມີຊາວໜຸ່ມຫຼາຍຄົນມີບັນດາການກະທຳໃຊ້ຄວາມຮຸນແຮງ, ເປັນເຄື່ອງມືໃຫ້ລັດທິກໍ່ການຮ້າຍ. ມະຕິໄດ້ກຳນົດບັນດາອົງການຂອງຊາວໜຸ່ມ ແລະ ໂດຍຊາວໜຸ່ມຊີ້ນຳ ແມ່ນບັນດາຄູ່ຮ່ວມມືສຳຄັນໃນຄວາມມານະພະຍາຍາມຂອງທົ່ວໂລກ ແນໃສ່ຕ້ານລັດທິຫົວຮຸນແຮງ, ໃຊ້ຄວາມຮຸນແຮງ ແລະ ສ້າງພື້ນຖານສັນຕິພາບຢ່າງຍາວນານ. ມະຕິກໍກະຕຸກຊຸກຍູ້ບັນດາປະເທດສະມາຊິກສະຫະປະຊາຊາດ ພິຈາລະນາບັນດາມາດຕະການ ເພື່ອແນໃສ່ເພີ່ມທະວີການມີໜ້າຂອງຊາວໜຸ່ມໃນວິວັດການອອກລັດຖະນະໂຍບາຍຢູ່ທ້ອງຖິ່ນ, ປະເທດ, ພາກພື້ນ ກໍຄືໃນບັນດາອົງການສາກົນ ແລະ ກົນໄກສະກັດກັ້ນ, ແກ້ໄຂການປະທະກັນ…