ສະຫະປະຊາຊາດຮຽກຮ້ອງການ ຫລຸດຜ່ອນອາວຸດ

ສະຫະປະຊາຊາດຮຽກຮ້ອງການ ຫລຸດຜ່ອນອາວຸດ - ảnh 1

ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ

(ພາບ: bestdelegate.com)

(vovworld): ​ວັນ​ທີ​ 18/1, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ໄດ້​ຮຽກຮ້ອງ​ໃຫ້​ທຸກໆ​ປະ​ເທດ​ຈົ່ງ​ຫລຸດຜ່ອນ​ອາວຸດ ​ແລະ ບໍ່​ແຜ່​ຂະຫຍາຍ​​​ອາວຸດ​ນິວ​ເຄຼຍ, ອາວຸດ​ເຄມີ ​ແລະ ຊີວະ​ສາດປະ​ເພດຕ່າງໆ ກໍ່​ຄື​ອາວຸດ​ຜິດ​ກົດໝາຍ​ປະ​ເພດ​ຕ່າງໆ ພ້ອມ​ທັງ​ເນັ້ນໜັກ​ວ່າ​ບັນດາ​ປະ​ເທດ​ສະມາ​ຊິກບໍ່​ຄວນ​ໂຈະ​ບັນດາ​ຫາ​ຫລຸດຜ່ອນ​ອາວຸດ​ໃນ​ເວລາ​ນານ​ກ່ວາ​ອີກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂອງ​ສະ​ຖາ​ບັນ​ຄົ້ນຄ້ວາ​ສາກົນ Moterev ຢູ່ Califonia ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ຢືນຢັນ​ວ່າ: ​ເລື່ອງໂຈະ​ບັນດາ​ຫາ​ຫລຸດຜ່ອນ​ອາວຸດ​ເຮັດ​ໃຫ້​ໂລກ​ຕົກ​ເຂົ້າສູ່ສະ​ພາບ​ອັນຕະລາຍ​ຍ້ອນ​ວ່າ ບັນດາ​ປະ​ເພດ​ອາວຸດ​ເຫຼົ່ານັ້ນຍິ່ງມີ​ການ​ພັດທະນາ,ອາດ​ຈະ​ຢູ່​ໃນ​ກຳມື​ພວກ​ກໍ່​ການ​ຮ້າຍ. ທ່ານ​ກໍ່​ຖື​ວ່າ ປະ​ເທດ​ຕ່າງໆ​ຕ້ອງ​ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຫລຸດຜ່ອ​ນອາວຸດ​ສາກົນ, ນັບ​ທັງ​ເວທີ​ປາ​ໄສ​ກ່ຽວ​ກັບ​ການ​ຫລຸດຜ່​ອນອາວຸດ​ຂອງ ສປຊ.

ຂ່າວ/ບົດ​ອື່ນ