ສະຫະປະຊາຊາດຮຽກຮ້ອງໃຫ້ມີການກະທຳເພື່ອຢຸດຕິການປະທະກັນຢູ່ຊີຣີ
ສະຫະປະຊາຊາດຮຽກຮ້ອງໃຫ້ມີ
ການກະທຳເພື່ອຢຸດຕິການປະທະກັນຢູ່ຊີຣີ
(ພາບ: AFP/TTXVN)
(vovworld) - ວັນທີ 25/09, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ໄດ້ກະຕຸກຊຸກຍູ້ບັນດາປະເທດມະຫາອຳນາດໃນໂລກ ເຮັດວຽກຢ່າງຕັ້ງໜ້າກວ່າ ເພື່ອຢຸດຕິການປະທະກັນຢູ່ຊີຣີ ໃນຂະນະທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດກອງປະຊຸມດ່ວນເພື່ອແນໃສ່ປຶກສາຫາລືກ່ຽວກັບການປະທະກັນທີ່ພວມປິນຂັ້ນໄດຢູ່ປະເທດຕາເວັນອອກກາງນີ້. ຕາມທ່ານ Ban Ki moon ແລ້ວ, ບໍ່ວ່າສາຍເຫດໃດໆ ກໍ່ບໍ່ເທົ່າກັບການກະທຳເດັດດຽວເພື່ອ ສະກັດກັ້ນສະພາບຂາດສະຖຽນລະພາບຢູ່ຊີຣີ. ໃນຂະນະນັ້ນ, ກ່າວຄຳເຫັນທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດລັດເຊຍ ປະຈຳສະຫະປະຊາຊາດ Vitaly Churkin ຖືວ່າ, ສັນຕິພາບຢູ່ຊີຣີ ເກືອບຄືວ່າໜ້າທີ່ບໍ່ສາມາດປະຕິບັດໄດ້ໃນຈຸດເວລານີ້. ສ່ວນທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳສະຫະປະຊາຊາດ Samantha Power ຖືວ່າ, ການກະທຳຂອງລັດເຊຍ ຢູ່ຊີຣີ ບໍ່ແມ່ນການຕ້ານລັດທິກໍ່ການຮ້າຍ. ລັດເຊຍ ແລະ ອາເມລິກາ, ເຊິ່ງແມ່ນບັນດາປະເທດສະໜັບສະໜູນຝ່າຍຄ້ານໃນການປະທະກັນຢູ່ຊີຣີ ໄດ້ຊອກຫາວິທີກູ້ຊ່ວຍຂໍ້ຕົກລົງຢຸດຍິງ ທີ່ພວມຖືກລົບລ້າງພາຍຫຼັງຂະບວນລົດຂົນສົ່ງເຄື່ອງອຸປະຖຳມະນຸດສະທຳຖືກບຸກໂຈມຕີໃນອາທິດກ່ອນ.