ສະຫະປະຊາຊາດເນັ້ນໜັກເຖິງບົດບາດການຮ່ວມມືລະຫວ່າງ ລັດເຊຍ - ອາເມລິກາ ໃນບັນຫາ ຊີຣີ
(VOVWORLD) - ວັນທີ 27 ມິຖຸນາ, ທ່ານ Geir Pedersen ທູດພິເສດຂອງສະຫະປະຊາຊາດຮັບຜິດຊອບບັນຫາ ຊີຣີ ໃຫ້ຮູ້ວ່າ ທ່ານຈະມີການຢ້ຽມຢາມລັດເຊຍໃນລະຫວ່າງວັນທີ 1 – 7 ກໍລະກົດ ເພື່ອປຶກສາຫາລືກ່ຽວກັບການສ້າງສະຖຽນລະພາບສະພາບການທາງດ້ານການເມືອງຢູ່ ຊີຣີ
ພາບການ ເພພັງຂອງບ້ານເຮືອນ (ພາບ: THX/TTXVN) |
. ກ່າວຄຳເຫັນທີ່ວາລະປຶກສາຫາລືກ່ຽວກັບບັນຫາຊີຣີຢູ່ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານ Pedersen ໃຫ້ຮູ້ວ່າ: ທັງ ຕວັກກີ ແລະ ລັດເຊຍ ເຊິ່ງເປັນປະເທດທີ່ທ່ານຈະໄປຢ້ຽມຢາມໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສຳລັບບົດບັນທຶກຊ່ວຍຈຳ ເດືອນກັນຍາ 2018. ພ້ອມທັງເລ່ັງທວງໃຫ້ສອງປະເທດນີ້ສະແດງອອກຢ່າງຈະແຈ້ງຄຳໝັ້ນສັນຍາດັ່ງກ່າວໃນສະພາບການຕົວຈິງ ແລະ ສ້າງສະພາບການການເມືອງໃຫ້ມີສະຖຽນລະພາບທັນທີ.
ກ່ຽວກັບການຮ່ວມມືລະຫວ່າງ ລັດເຊຍ ແລະ ອາເມລິກາ ໃນບັນຫາ ຊີຣີ, ທ່ານ Pedersen ໃຫ້ຂໍ້ສັງເກດວ່າ ສອງຝ່າຍອາດຈະເຮັດໃຫ້ການເຈລະຈາຢູ່ຂັ້ນສູງສຸດເລິກເຊິ່ງກວ່າ, ໂດຍອີງໃສ່ພື້ນຖານແມ່ນບັນດາໝາກຜົນອັນຕັ້ງໜ້າຂອງບັນດາການເຈລະຈາໃນມໍ່ໆມານີ້, ຍ້ອນວ່າການຮ່ວມມືລະຫວ່າງ ລັດເຊຍ ແລະ ອາເມລິກາ ແມ່ນປັດໄຈສຳຄັນທີ່ສຸດສຳລັບບໍ່ວ່າການປະສານງານສາກົນໃດໆໃນການແກ້ໄຂວິກິດການຢູ່ ຊີຣີ.