ສະຫະປະຊາຊາດແຕ່ງຕັ້ງທູດພິເສດຄົນໃໝ່ກ່ຽວກັບບັນຫາສິດທິມະນຸດຢູ່ສປປ.ເກົາຫຼີ

ສະຫະປະຊາຊາດແຕ່ງຕັ້ງທູດພິເສດຄົນໃໝ່ກ່ຽວກັບບັນຫາສິດທິມະນຸດຢູ່ສປປ.ເກົາຫຼີ - ảnh 1
ທ່າ​ນ Tomas Ojea Quintana
(ພາບ: un.org.au)

(vovworld) - ວັນ​ທີ 09/07, ສະພາ​ສິດ​ທິມະນຸດ​ສະຫະ​ປະຊາ​ຊາດ (UNHRC) ​ແຕ່ງ​ຕັ້ງທ່າ​ນ Tomas Ojea Quintana, ອະດີ​ດ​ທູ​​ດພິ​ເສດ​ສະຫະ​ປະຊາ​ຊາດ​ຮັບຜິດຊອບ​ບັນ​ຫາ​ສິດທິ​ມະນຸດ​ຢູ່ ມຽນມາ, ​​ເປັນ​ທູ​ດພິ​ເສດ​ສະຫະ​ປະຊາ​ຊາດ​ຮັບຜິດຊອບ​ບັນຫາ​ສິດທິ​ມະນຸດ​ຢູ່ ສປປ.​ເກົາຫຼີ​. ທ່ານ Quintana ​ແມ່ນ​ນັກ​ທະ​ນາ​ຍຄວາມ​ດ້ານສິດທິ​ມະນຸດ​ຊາວ ອັກຊາງ​ຕິນ. ​ໃນ​ປີ​ໜ້າ ທ່ານ Quintana ຈະ​ຮັບຜິດຊອບ​ເລື່ອງ​ກວດ​ກາ​ສະພາບ​ສິດ​ທິມະນຸດ ສປປ.​ເກົາຫຼີ ​ເພື່ອ​ສະ​ເໜີ​ແນະບັນດາ​ມາດ​ຕະການ​ປັບ​ປຸງ​ບັນ​ຫາ​ນີ້. ກ່ອນ​ໜ້າ​ນັ້ນ, ​ເຈົ້າ​ໜ້າ​ທີ່​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ນີ້ ​​ເປັນ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ຮັບຜິດຊອບ​ບັນຫາ​ສິດ​ທິມະນຸດ​ຢູ່ ມຽນມາ ​ໃນ​​ໄລຍະ 2008 – 2014 ​ແລະ ​ໄດ້​ຮັບ​ຕີ​ລາຄາ​ສູງ​​ໃນ​ຖານະ​ຕຳ​ແໜ່​ງດັ່ງ​​ກ່າວ.

 

 

ຂ່າວ/ບົດ​ອື່ນ