ສະຫະປະຊາຊາດໝັ້ນໝາຍຈະມານະພະຍາຍາມແກ້ໄຂວິກິດການຢູ່ ຊີຣີ

ສະຫະປະຊາຊາດໝັ້ນໝາຍຈະມານະພະຍາຍາມແກ້ໄຂວິກິດການຢູ່ ຊີຣີ - ảnh 1
ທູດ​ພິ​ເສດ Brahimi ແລະ ທ່ານ ເລ​ຂາ​ທິການ​ໃຫຍ່ ສປຊ  Ban Ki moon
ພາບ: TTXVN

(vovworld) - ທ່ານ Lakhdar Brahimi, ທູ​ດພິ​ເສດ​ຮ່ວມ​ຂອງ​ ສປຊ ​ແລະ ສະຫະພັນ​ອາຣັບ ກ່ຽວ​ກັບ​ບັນຫາ ຊີຣີ ​ໄດ້​ຢືນຢັນ​ວ່າ ຈະ​ມາ​ນະພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາມາດຂອງ​ຕົນ​​ເພື່ອ​ຊ່ວຍ​ຢຸດຕິ​ວິ​ກິດ​ການ​ທີ່​ແກ່ຍາວ​ໃນ​ຫລາຍ​ເດືອນ​ຜ່ານ​ມາ​ຢູ່ ຊີຣີ. ທີ່​ການ​ພົບ​ປະ​ກັບ​ທ່ານ Ban ki moon, ​ເລຂາທິການ​ໃຫຍ່ ສປຊ ຢູ່ ສຳນັກງານ ສປຊ ປະຈຳ​ ນິວຢອກ ສະຫະລັດ​ອາ​ເມ​ລິ​ກາ​ ​ໃນ​ວັນ​ທີ 24/8, ທູດ​ພິ​ເສດ Brahimi ຢືນຢັນ​ວ່າ: ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ແລະ ຖື​ຜົນ​ປ​ະ​ໂຫຍ​ດຂອງ​ຊາວ ຊີຣີ ​ແມ່ນ​ສຳຄັນ​ທີ່​ສຸດ. ສ່ວນ​ທ່ານ Ban Ki moon ​ເລ​ຂາ​ທິການ​ໃຫຍ່ ສປຊ ​ເນັ້ນ​ຫນັກ​ເປັນ​ພິ​ເສດ​ເຖິງ​ບົດບາດ​ສຳຄັນ​ຂອງ​ທູດ​ພິ​ເສດ Brahimi ຊຶ່ງ​ແມ່ນຜູ້​ເຄີຍ​ຮັບ​ຫນ້າ​ທີ່​ພິ​ເສດ​ຢູ່ ສປຊ ກ່ອນ​ນີ້, ​ໃນ​ພາລະ​ກຳ​ທີ່​ຈຳ​ເປັນນຳ​ມາ​ເຊິ່ງສັນຕິພາບ, ຄວາມ​ສະຖຽນລະ​ພາບ ​ແລະ ຊຸກຍູ້​ສິດທິ​ມະນຸດ​ຢູ່ ຊີຣີ. ທ່ານ​ເລຂາທິການ​ໃຫຍ່ Ban Ki Moon ອີກ​ຄັ້ງ​ຫນຶ່ງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະພາບ​ການ​ປະ​ທະ​ກັນ​ພວມ​ປີນ​ຂັ້ນ​ໄດ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ໝາຍ​ຈະ​ສະຫນັບ​ສະ​ຫນູນ​ຢ່າງ​ສູງ​ສຸດ​ໃຫ້​​ແກ່​ທູດ​ພິ​ເສດ Brahimi.

ຂ່າວ/ບົດ​ອື່ນ