(vovworld) - ວັນທີ 12/2, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ລວມມີ 15 ປະເທດສະມາຊິກໄດ້ອອກຖະແຫຼງການກ່ຽວກັບ ເຫດການທົດລອງນິວເຄຼຍຄັ້ງທີ 3 ຂອງ ສປປ ເກົາຫຼີ, ໃນນັ້ນເໜ້ນໜັກວ່າ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ກ່າວປະມານຢ່າງຮຸ້ນແຮງຕໍ່ເຫດການທົດລອງນິວເຄຼຍ ເພາະວ່າການກະທຳນີ້ ບໍ່ພຽງແຕ່ລະເມີດບັນດາມະຕິລົງໂທດກ່ອນນີ້ເທົ່ານັ້ນ ຫາກຍັງແມ່ນໄພນາບຂູ່ ຢ່າງເຫັນໄດ້ຊັດສຳລັບສັນຕິພາບ ແລະ ຄວາມສະຫງົບປອດໄພສາກົນ.
ອົງການສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍ ຮອບດ້ານ ແລະ ອົງການພະລັງງານປະລະມານູສາກົນ ກໍ່ໄດ້ອອກຖະແຫຼງການກ່າວປະນາມເຫດການທົດລອງນິວເຄຼຍຄັ້ງຫຼ້າສຸດຂອງ ສປປ ເກົາຫຼີ ແລະ ຖືວ່າ: ການກະທຳຂອງ ພຽງຢ່າງພວມເປັນໄພນາບຂູ່ຢ່າງເຫັນໄດ້ຊັດສຳລັບສັນຕິພາບ ແລະ ຄວາມສະຫງົບປອດໄພສາກົນ. ສ່ວນ ສປປ ເກົາຫຼີ ຢືນຢັນວ່າ: ປະເທດນີ້ ບໍ່ມີວັນທີ່ຈະປະນິປະນອມ ຕໍ່ບັນດາມະຕິສາກົນທີ່ໄຮ້ເຫດຜົນເພື່ອຕ້ານຄືນໂຄງການນິວເຄຼຍຂອງ ສປປ ເກົາຫຼີ.