ສ​ະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ​ໃຫ້ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນລະ​ຫວ່າງ ຕວັກ​ກີ - ​ເກຼັກ

(VOVWORLD) - ວັນທີ 1 ມີນາ, ສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ບັນດາປະເທດຈົ່ມທຸ່ມທ່ຽງ ແລະ ຈຳກັດການໃຊ້ຄວາມຮຸນແຮງ ໃນສະພາວະການ ມີຜູ້ອົບພະຍົບ ນັບສິບພັນຄົນພວມຊອກຫາວິທີຜ່ານ ຊາຍແດນ ຕວັກກີ ເຂົ້າເມືອງ ເກັຼກ ດ້ວຍຄວາມປາດຖະໜາຢາກໄປຍັງບັນດາປະເທດທີ່ເປັນສະມາຊິກສະຫະພາບເອີລົບ (EU).
ສ​ະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ​ໃຫ້ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນລະ​ຫວ່າງ ຕວັກ​ກີ - ​ເກຼັກ - ảnh 1

ຜູ້ລີ້ໄພເຕົາໂຮມຢູ່ Pazarkule, Edirne, ເຂດຊາຍແດນລະຫວ່າງ ຕວັກກີ - ເກຼັກ ໃນວັນທີ 29 ກຸມພາ 2020 (ພາບ: AFP/TTXVN)

ທ່ານ Babar Baloch ໂຄສົກຂ້າຫຼວງໃຫຍ່ ສປຊ ກ່ຽວກັບຜູ້ລີ້ໄພ (UNHCR) ໃຫ້ຮູ້ວ່າ ເຖິງວ່າ ບັນດາປະເທດມີສິດຊອບທຳໃນການຄວບຄຸມເຂດຊາຍແດນຂອງປະເທດຕົນເອງ ແລະ ແກ້ໄຂບັນດາກະແສຄົນໄປມາທີ່ບໍ່ສອດຄ່ອງ, ແຕ່ ເຂົາເຈົ້າຕ້ອງຄວບຄຸມການໃຊ້ຄວາມຮຸນແຮງທີ່ແຮງເກີນໄປ ແລະ ບໍ່ເໝາະສົມ, ແລະ ຕ້ອງສ້າງລະບົບເພື່ອຈົດທະບຽນການລີ້ໄພທີ່ມີຄວາມເປັນລະບຽບຮຽບຮ້ອຍ.

        ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາໃນສະພາວະການຜູ້ລີ້ໄພນັບສິບພັນຄົນໄປຍັງເຂດຊາຍແດນ ລະຫວ່າງ ຕວັກກີ ແລະ ເກຼັກ ໃນທ້າຍອາທິດນີ້ ຫຼັງຈາກທ່ານ ປະທານາທິບໍດີ ຕວັກກີ Tayyip Erdogan ອອກຄຳສັ່ງເປີດປະຕູດ່ານເຊຍແດນໃຫ້ແກ່ຜູ້ລີ້ໄພເຂົ້າ ເອີລົບຍ້ອນຄວາມເຄັ່ງຕຶງປີນຂັ້ນໄດທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ