ກອງປະຊຸມສະມັດຊາໃຫຍ່ ສປຊ
ພາບ: internet
|
(vovworld) - ວັນທີ 13/11, ດ້ວຍບັດເຫັນດີຢູ່ໃນລະດັບສະຖິຕິ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ເຫັນດີຮັບຮອງເອົາມະຕິກ່າວປະນາມການຂວ້ຳບາດຂອງອຳນາດການປົກຄອງ ອາເມລິກາ ຕ້ານປະຊາຊົນ ກູບາ ທ່ີແກ່ຍາວໃນ 5 ທົດສະວັດຜ່ານມາ. ໃນການປ່ອນບັດຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊື່ງລວມມີ 193 ປະເທດສະມາຊິກ, 188 ປະເທດໄດ້ປ່ອນບັດເຫັນດີ, ໃນຂະນະນັ້ນອາເມລິກາ, ອິດສະຣາແອນ ແລະ Palau ປ່ອນບັດຄ້ານ. ສະມັດຊາໃຫຍ່ ສປຊ ກໍໄດ້ຢືນຢັນຄືນໃຫມ່ເຖິງຫລັກການສະເຫມີພາບລະຫວ່າງບັນດາປະເທດ,ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນກໍຄືບັນດາຫລັກການກ່ຽວກັບການຄ້າເສລີ ແລະ ການເດີນທະເລສາກົນ. ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ ສປຊ, ທ່ານລັດຖະມົນຕີການຕ່າງປະເທດ ກູບາ Rodriguez Parilla ກ່າວປະນາມການຂວ້ຳບາດຂອງ ອາເມລິກາ ຕ້ານກູບາ, ແມ່ນການກະທຳດັບສູນ ແລະ ຖືວ່າ ນີ້ແມ່ນການລະເມີດສິດທິມະນຸດຢ່າງເປັນລະບົບ ແລະ ເປີດແປນຂອງອຳນາດການປົກຄອງອາເມລິກາ.
ສ່ວນ ຫວຽດນາມ ກໍຄັດຄ້ານຄຳສັ່ງຂວ້ຳບາດຂອງ ອາເມລິກາ ຕ້ານ ກູບາ. ນັ້ນແມ່ນສານໄດ້ຮັບການເຕື້ອງເຖິງໃນບົດປາໄສສຳຄັນຂອງທ່ານ Pham Quang Minh ເອກອັກຄະລັດຖະທູດ ຫວຽດນາມ, ຮອງຫົວຫນ້າຜູ້ຕາງຫນ້າຂອງ ຫວຽດນາມ ປະຈຳ ສປຊ ໃນວາລະປຶກສາຫາລື ແລະ ຮັບຮອງເອົາມະຕິ “ຄວາມຈຳເປັນຕ້ອງຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດການຄ້າ ແລະ ການເງິນຂອງອາເມລິກາ ຕ້ານ ກູບາ” ຂອງ ສປຊ ຊື່ງດຳເນີນໄປໃນວັນທີ 13/11. ທ່ານ Pham Quang Vinh ເນັ້ນຫນັກວ່າ: ຫວຽດນາມ ແບ່ງປັນທັດສະນະຂອງປະຊາຄົມໂລກໃນການຮຽກຮ້ອງ ອາເມລິກາ ຈົ່ງຢຸດຕິຄຳສັ່ງຂວ້ຳບາດຕ້ານ ກູບາ ແລະ ຢືນຢັນນະໂຍບາຍປິດລ້ອມ, ຂວ້ຳບາດຂອງ ອາເມລິກາ ຕ້ານກູບາ ລະເມີດກົດໝາຍສາກົນ, ບັນດາຫລັກການ ແລະ ຂໍ້ກຳນົດຂອງກົດບັດ ສປຊ.