(vovworld) - ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ວັນທີ 16/10, ຄະນະຜູ້ແທນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍທ່ານ ສອນທະນູ ທຳມະວົງ, ຮອງເຂຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໜ້າ ໄດ້ມີການໂອ້ລົມສົນທະນາກັບສູນກາງສະຫະພັນຊາວໜຸ່ມຫວຽດນາມ, ຊອກຮູ້ຮູບແບບ ແລະ ວິທີການເຄື່ອນໄຫວເພື່ອສ້າງຕັ້ງອັງການຈັດຕັ້ງສະຫະພັນຊາວໜຸ່ມລາວ. ທີ່ການພົບປະເຈລະຈາ, ທ່ານ Nguyen Phi Long, ຮອງປະທານສະຫະພັນຊາວໜຸ່ມຫວຽດນາມ ໃຫ້ຮູ້ວ່າ, ເລື່ອງໜູນຊ່ວຍສ້າງຕັ້ງສະຫະພັນຊາວໜຸ່ມລາວ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນເພື່ອແນໃສ່ເສີມຂະຫຍາຍບົດບາດຂອງຊາວໜຸ່ມທີ່ມີຕໍ່ພາລະກິດປະຕິວັດຂອງສອງປະເທດ ແລະ ເພີ່ມທະວີຄວາມສາມັກຄີມິດຕະພາບລະຫວ່າງໄວໜຸ່ມສອງປະເທດ.
ທ່ານຮອງເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສອນທະນູ ທຳມະວົງ ຢາກຮໍ່າຮຽນເອົາບົດຮຽນກ່ຽວກັບຮູບແບບການຈັດຕັ້ງຂອງສະຫະພັນຊາວໜຸ່ມຫວຽດນາມ, ຖືນີ້ແມ່ນປະຖົມປັດໃຈເພື່ອໃຫ້ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍ່ສາງ ແລະ ສ້າງຕັ້ງສະຫະພັນຊາວໜຸ່ມລາວ.