ສະຫະພັນແມ່ຍິງ ຍົກສູງຄຸນນະພາບ ການເຄື່ອນໄຫວໃນ ປີ 2014
(ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
ຫງວຽນທ້ຽນເຍີນ ເຂົ້າຮ່ວມກອງປະຊຸມ)
(vovworld) - ຕອນເຊົ້າວັນທີ 07/01, ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ຊຸດທີ 11 ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງປະທານສະຫະພັນແມ່ຍິງຫວຽດນາມ ຫງວຽນທິແທງຮ່ວາ ໃຫ້ຮູ້ວ່າ, ໃນປີ 2013, ສະຫະພັນແມ່ຍິງທຸກຂັ້ນ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຢູ່ຮາກຖານໂດຍລະອຽດກວ່າ; ປະກາດໃຊ້ບັນດາມະຕິເພື່ອແນໃສ່ຍົກສູງຄຸນນະພາບວຽກງານໜູນຊ່ວຍແມ່ຍິງຫຼຸດພົ້ນອອກຈາກຄວາມທຸກຍາກ; ເອົາໃຈໃສ່ເຖິງວຽກງານສິດສອນວິຊາຊີບ, ສ້າງວຽກເຮັດງານທຳໃຫ້ແກ່ແມ່ຍິງ... ປະກອບສ່ວນເຂົ້າໃນບັນດາຈຸດໝາຍເສດຖະກິດ, ສັງຄົມຢ່າງຕັ້ງໜ້າ.
ເຂົ້າຮ່ວມກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຮຽກຮ້ອງໃຫ້ສະຫະພັນແມ່ຍິງທຸກຂັ້ນ ຕ້ອງຍູ້ແຮງການປະຕິບັດການກໍ່ສ້າງຊົນນະບົດໃໝ່. ທ່ານປະທານ ຫງວຽນທ້ຽນເຍີນ ກໍ່ສະເໜີໃຫ້ ສະຫະພັນແມ່ຍິງຫວຽດນາມ ລາຍງານບັນດາຂໍ້ສະເໜີຂອງແມ່ນຍິງຕໍ່ແນວໂຮມປະເທດຊາດຫວຽດນາມ ເປັນປະຈຳ ເພື່ອແກ້ໄຂບັນດາຂໍ້ຕິດຂັດຂອງປະຊາຊົນທຸກຊັ້ນວັນນະຢ່າງທັນການ, ປະກອບສ່ວນກໍ່ສ້າງພັກ, ອຳນາດການປົກຄອງໃຫ້ໝັ້ນຄົງ, ເຂັ້ມແຂງ.