ທ່ານເລຂາທິການໃຫຍ່ AL Nabil al-Arabi.
(ພາບ: AFP)
|
(vovworld) – ວັນທີ 29/3, ທີ່ກອງປະຊຸມສຸດຍອດຄັ້ງທີ 26 ຢູ່ເຂດພັກຜ່ອນບຳລຸງສຸຂະພາບ Sharm Al Sheikh ຂອງ ອີຢິບ, ບັນດາການນຳສະຫະພາບ ອາຣັບ ( AL) ໄດ້ອອກຖະແຫຼງການຮ່ວມເຫັນດີເຫັນພ້ອມສ້າງຕັ້ງກຳລັງກອງທັບຂອງກຸ່ມ. ຜູ້ຕາງໜ້າບັນດາປະເທດສະມາຊິກ AL ຈະໂຮມປະຊຸມໃນເດືອນ 4 ຈະມາເຖິງ ເພື່ອຄົ້ນຄ້ວາວິທີສ້າງຕັ້ງກຳລັງ. ຖະແຫຼງການຮ່ວມຂອງກອງປະຊຸມ AL ກໍ່ຮຽກຮ້ອງທະຫານກະບົດ Houthi ຢູ່ Yemen ຕ້ອງອອກຈາກນະຄອນ Sanaa ໃນທັນທີ, ມອບສິດບໍລິຫານໃຫ້ແກ່ລັດຖະບານ. ບັນດາປະເທດ AL ເນັ້ນໜັກເຖິງ: ການສະໜັບສະໜູນພັນທະມິດ ຕ້ານທະຫານກະບົດ Houthi ໂດຍ Saudi Arabia ນຳໜ້າ. ບັ້ນຮົບແຊກແຊງດ້ານການທະຫານເຂົ້າ Yemen ໂດຍ Saudi Arabia ແລະ 5 ປະເທດສະມາຊິກສະພາຮ່ວມມືເຂດອ່າວ (GCC) ປຸກລະດົມໃນວັນທີ 25/3 ຕາມຄຳຮຽກຮ້ອງຂອງລັດຖະບານ Yemen.