ສະເຫຼີມສະຫຼອງວັນສະຖາປະນາຫວຽດນາມ ຢູ່ນອກແວ
(ພາບ: vietnamplus.vn)
(vovworld) – ຕອນຄ່ຳວັນທີ 29/8, ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດຫວຽດນາມຄົບຮອບ 69 ປີຊຶ່ງມີການເຂົ້າຮ່ວມຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເຮັງຊອມຣິງ ພ້ອມກັບເຈົາໜ້າທີ່ອື່ນໆຂອງສະພາແຫ່ງຊາດ, ລັດຖະບານກຳປູເຈຍອີກຫຼາຍທ່ານ. ກ່ອນໜ້ານັ້ນຄືຕອນບ່າຍວັນທີ 28/8, ສະຖານທູດຫວຽດນາມ ປະຈຳນອກແວ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດຫວຽດນາມຄົບຮອບ 69 ປີ. ກ່າວຄຳເຫັນທີ່ພິທີ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳນອກແວ ເລທິຕວຽດມາຍ ຢືນຢັນ ຄວາມໝາຍອັນໃຫຍ່ຫຼວງຂອງວັນ 02/09/1945 ເມື່ອປະທານໂຮ່ຈິມິນ ໄດ້ອ່ານຖະແຫຼງການປະກາດເອກະລາດ, ເປີດສັງກາດໃໝ່ໃຫ້ປະເທດຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ເນັ້ນໜັກວ່າ 69 ປີຜ່ານມາ, ປະຊາຊົນຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກ່ຽວກັບການພັດທະນາເສດຖະກິດສັງຄົມ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ກາຍເປັນຄູ່ຮ່ວມມືທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມໂລກ, ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງພ້ອມກັນນອກແວ ແລະ ປະຊາຄົມໂລກ ຮັບປະກັນການປະຕິບັດກົດໝາຍສາກົນ ທີ່ໄດ້ຮັບການເຄົາລົບຢູ່ພາກພື້ນ ແລະ ໃນທົ່ວໂລກ. ເນື່ອງໃນໂອກາດນີ້, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ໄດ້ຫວນຄືນບັນດາບາດກ້າວພັດທະນາທີ່ສຳຄັນໃນການຮ່ວມມືລະຫວ່າງຫວຽດນາມ - ນອກແວ ໃນຫຼາຍຂົງເຂດ, ນັບແຕ່ເມື່ອສ້າງຕັ້ງການພົວພັນດ້ານການທູດ 2 ຝ່າຍນັບແຕ່ວັນທີ 25/11/1971 ເປັນຕົ້ນມາ.
ໃນວັນດຽວກັນສະຖານທູດຫວຽດນາມ ປະຈຳສ.ເຊັກກໍໄດ້ຈັດພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 69 ປີເຊັ່ນດຽວກັນ.