ສະເຫຼີມສະຫຼອງວັນທ່ອງທ່ຽວໂລກ2014 ການທ່ອງທ່ຽວແລະພັດທະນາປະຊາຄົມ

ສະເຫຼີມສະຫຼອງວັນທ່ອງທ່ຽວໂລກ2014 ການທ່ອງທ່ຽວແລະພັດທະນາປະຊາຄົມ - ảnh 1
ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຢ້ຽມ​ຢາມ​ຢູ່​ແຂວງ ບິ່ງ​ທ້ວນ
(ພາບ: Đ.Hòa)

(vovworld) – ຕອນ​ເຊົ້າ​ວັນ​ທີ 26/9, ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່​ທ່ອງ​ທ່ຽວ (ສັງ​ກັດກະ​ຊວງວັດ​ທ​ະ​ນະ​ທຳ - ກິ​ລາ ແລະ ທ່ອງ​ທ່ຽວ) ສົມ​ທົບ​ກັບ​ໂຄງ​ການ​ພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ກັບ​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ​ໂດຍ​ສະ​ຫະ​ພາບ​ເອີ​ລົບ ​ອຸ​ປະ​ຖ​ຳ(ໂຄງ​ການ ອີ​ຢູ) ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ທ່ອງ​ທ່ຽວ​ສາ​ກົນ (27/9) ດ້ວຍ​ຫົວ​ຂໍ້​ວ່າ “ການ​ທ່ອງ​ທ່ຽວ ແລະ ພັດ​ທະ​ນາ​ປະ​ຊາ​ຄົມ”. ກ່າວ​ຄຳ​ເຫັນ​​ທີ່ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ, ຖື​ວ່າ: ທ່ອງ​ທ່ຽວ​ປະ​ຊາ​ຄົມ​ຕ້​ອງ​ກາຍ​ເປັນ​ຮູບ​ແບບ​ເພື່ອ​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ຢູ່​ທ້ອງ​ຖີ່ນ. ຍາມ​ໃດ​ປະ​ຊາ​ຊົນ​ໄດ​້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ, ຍາມນັ້ນ​ການ​ທ່ອງ​ທ່ຽວ​ປະ​ຊາ​ຄົມ​ໃໝ່​ຈຶ່ງ​ພັດ​ທະ​ນາ. ດັ່ງ​ນັ້ນ, ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ໃນ​ຂະ​ແໜງ​ທ່ອງ​ທ່ຽວ ແລະ ປະ​ຊາ​ຄົມ​ທ້ອງ​ຖີ່ນ​​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ມາ​ນະ​ພະ​ຍາ​ຍາມ​ໃນ​ການພັດ​ທະ​ນາ​ປະ​ຊາ​ຄົມ ແລະ ​ເປັນ​ພື້ນ​ຖານ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ວ່ອງ​ໄວ. ທ່ານ ຫງວຽນ​ວັນ​ຕ໋ວນ, ໃຫ້​ຮູ້​ວ່າ:

        “ບັນ​ດາ​ນັກ​ຄຸ້ມ​ຄອງ, ນັກ​ວິ​ທະ​ຍາ​ສາດ​ຕ້ອງ​ສົມ​ທົບ​ກັນ​ຄົ້ນ​ຄ້​ວາ ແລະ ແນ​ະ​ນຳ​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖີ່ນ​ເຂົ້າ​ໃຈ​ຢ່າ​ງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສີ​ສັນ​ສະ​ເພາ​ະ​ຂອງວັດ​ທະ​ນະ​ທຳ, ຄວາມ​ງາມ​ຂອ​ງ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ທຳ​ມະ​ຊາດ… ຈາກນັ້ນ​ສ້າງ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອ​ງ​ທ່ຽວ​ທີ່ດູດ​ດື່ມ, ຫຼາຍ​ຮູບຫຼາຍ​ແບບ, ອ​ຸ​ດົມ​ສົມ​ບູນ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ, ສ້າງ​ແຫຼ່ງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖີ່ນ, ຍົກ​ສູງ​ສະ​ຕິ​​ສັງ​ຄົມ ກ່ຽວ​ກັບ​ການ​ອະ​ນຸ​ລັກຮັກ​ສາ​ວັດ​ທະ​ນະ​ທຳ. ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ປະ​ຊາ​ຄົມ​ພາຍ​ໃນ​ປະ​ເທດ ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຈັ​ດ​ຕັ້ງ​ສາ​ກົນ, ບັນ​ດາ​ປະ​ເທດ​ເພື່ອ​ເຮັ​ດ​ໃຫ້​ຫົວ​ຂໍ້ “ທ່ອງ​ທ່ຽວ ແລະ ການ​ພັດ​ທະ​ນາ​ປະ​ຊາ​ຄົມ” ໄດ້​ຮັບ​ການ​ແຜ່​ຂະ​ຫຍາຍເຖິງ​ປະ​ຊາ​ຄົມ, ແຕ່​ລະ​ສ່ວນ​ບຸກ​ຄົນ ແລະ ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ແທດ​ຈິງ, ສວຍ​ງາມ​ໃນ​ຊີ​ວິດ​ການ​ເປັນ​ຢູ່.”


ຂ່າວ/ບົດ​ອື່ນ