ສະເຫຼີມສະຫຼອງວັນມູນເຊື້ອນັກຮຽນ - ນັກສຶກສາຫວຽດນາມຢູ່ໄທ

ສະເຫຼີມສະຫຼອງວັນມູນເຊື້ອນັກຮຽນ - ນັກສຶກສາຫວຽດນາມຢູ່ໄທ - ảnh 1
ສະເຫຼີມສະຫຼອງວັນມູນເຊື້ອນັກຮຽນ - ນັກສຶກສາຫວຽດນາມຢູ່ໄທ

(vovworld) - ວັນ​ທີ 10/1, ປະຊາ​ຄົມ​ນັກ​ສຶກສາ​ຫວຽດນາມ​ຢູ່​ບາງກອກ, ປະ​ເທດ​ໄທ ​ໄດ້​ມີ​ງານ​ພົບ​ປະ​ສ້າງສັນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງວັນ​ມູນ​ເຊື້ອ​ນັກຮຽນ - ນັກ​ສຶກສາ​ຫວຽດນາມ​ (9/1/1950-9/1/2015). ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ປະຊາ​ຄົມ​ນັກ​ສຶກສາ​ຫວຽດນາມ​ຢູ່​ບາງກອກ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງວັນ​ມູນ​ເຊື້ອ​ນັກຮຽນ - ນັກ​ສຶກສາ​ຫວຽດນາມ​ ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ​ຢູ່​ບາງກອກ. ​ໄລຍະ​ຜ່ານ​ມາ, ນັກ​ສຶກສາ​ຫວຽດນາມ​ທີ່​ຂຶ້ນ​ກັບ​ມະຫາວິ​ທະຍາ​ໄລ​ໃຫຍ່ 5 ​ແຫ່ງ​ຢູ່​ບາງກອກ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ຫຼາຍ​ຄັ້ງ, ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​​ໃນ​ປະຊາ​ຄົມ​ນັກ​ສຶກສາ​ຫວຽດນາມ​ຢູ່​ໄທ, ກໍ່​ຄື​ຢືນຢັນ​ບົດບາດ​ຂອງ​ນັກ​ສຶກສາ​ຫວຽດນາມ​ໃນ​ປະຊາ​ຄົມ​ນັກ​ສຶກສາ​ຕ່າງປະ​ເທດ​ຢູ່​ໄທ.

ຂ່າວ/ບົດ​ອື່ນ