ສະເຫຼີມສະຫຼອງວັນສະຖາປະນາປະເທດຫວຽດນາມ 2/9 ຢູ່ ອົດຕາລີ ແລະ ຈີນ
(ພາບປະກອບ)
(vovworld)- ວັນທີ 28/8, ກົງສູນໃຫຍ່ຫວຽດນາມ ປະຈຳ Sydney ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສະຖາປະນາແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ (2/9/1945-2/9/2014) ຄົບຮອບ 69 ປີ. ທີ່ພິທີ, ທ່ານຫົວໜ້າກົງສູນໃຫຍ່ ມາຍເຟືອກຢຸງ ໄດ້ທົບທວນຄືນບັນດາຜົນງານອັນໃຫຍ່ຫຼວງຊຶ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນຕະຫຼອດ 69 ປີຜ່ານມາ, ກໍ່ຄືທົບທວນຄືນບັນດາຂີດໝາຍແຫ່ງການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ອົດຕາລີ. ທ່ານລັດຖະມົນຕີກະຊວງສຶກສາລັດ New South Adrian ໄດ້ອວຍພອນລັດຖະບານ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນສະຖາປະນາຫວຽດນາມ, ເນັ້ນໜັກເຖິງການພັດທະນາຂອງການພົວພັນລະຫວ່າງ 2 ປະເທດໃນ 41 ປີຜ່ານມາຈະສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນໄລຍະຈະມາເຖິງ.
ແລະໃນຕອນຄ່ຳວັນດຽວກັນ, ກົງສູນໃຫຍ່ ຫວຽດນາມ ປະຈຳ ກວາງເຈົາ ປະເທດຈີນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 69 ປີແຫ່ງວັນສະຖາປະນາປະເທດຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານຫົວໜ້າກົງສູນໃຫຍ່ ຫງວຽນຕ໋ຽນຮົ່ງ ໄດ້ທົບທວນຄືນບັນດາເຫດການທີ່ໃຫຍ່ຫຼວງໃນການພົວພັນ ຫວຽດນາມ ແລະ ຈີນ ເວົ້າລວມ, ຫວຽດນາມ ແລະ ກວາງເຈົາ ເວົ້າສະເພາະ. ສ່ວນທ່ານອຸຈີນ ຮອງເລຂາທິການອຳນາດການປົກຄອງປະຊາຊົນແຂວງ ກວາງຕຸ້ງ, ຢັ້ງຢືນວ່າ: ຈີນ ແລະ ຫວຽດນາມ ແມ່ນຄູ່ຮ່ວມມື, ຮ່ວມມື ແລະ ບ້ານໃກ້ເຮືອນຄຽງທີ່ສຳຄັນຂອງກັນ. ໃນໄລຍະຈະມາເຖິງ, ກວາງຕຸ້ງ ຈະພ້ອມກັບບັນດາທ້ອງຖິ່ນຂອງຫວຽດນາມ ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມື, ພົບປະແລກປ່ຽນໃນທຸກຂົງເຂດ, ແລະ ພ້ອມກັນພັດທະນາ.