ສະເຫຼີມສະຫຼອງວັນແພດໝໍຫວຽດນາມ

ສະເຫຼີມສະຫຼອງວັນແພດໝໍຫວຽດນາມ - ảnh 1

(ພາບປະກອບ)

(vovworld) -  ​ໃນ​ຊຸມ​ມື້​ນີ້, ​ໄດ້​ຈັດ​ໃຫ້​ມີ​ບັນດາ​ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງວັນ​​ແພດ​ໝໍ​ຫວຽດນາມ. ວັນ​ທີ 26/2, ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ​ໄດ້​ຈັດການ​ພົບ​ປະ​ແລກປ່ຽນ “ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ທ່ານໝໍ“. ​ໃນ​ວັນ​ດຽວ​ກັນ, ພະ​ແນ​ກສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 58 ປີ​ແຫ່ງ​ວັນ​ແພດ​ໝໍ​ຫວຽດນາມ ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ​ນີ້. ກ່ອນ​ໜ້ານັ້ນຄື​​ໃນ​ຕອນ​ຄ່ຳຂອງວັນ​ທີ 25/2, ​ໄດ້​ຈັດ​ພິທີ​ມອບ​ລາງວັນ​ການ​​ເສັງ “ຄວາມເສຍສະຫຼະ​ທີ່​ມີ​ຄວາມ​ໝາຍ“ ຄັ້ງທີ 2 ​ແລະ ລາຍການ​ສະ​ແດງ​ສິລະ​ປະ​ເຊີດ​ຊູ​ບັນດາ​ທ່ານໝໍ​ຫວຽດນາມ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ນາງ​ຫງວຽນ​ທິກິມຕຽນ, ລັດຖະມົນຕີ ກະຊວງ​ສາທາລະນະ​ສຸກຫວຽ​ດນາມ.

   ​ເມື່ອ​ເຕື້ອງ​ເຖິງ​ໝາກຜົນ​ການ​ສອບ​ເສັງ, ທ່ານ​ເຈີ່ນ​ຊີ​ຕວນ (Trần Sỹ Tuấn) ຫົວໜ້າ​ບັນນາທິການ​ໜັງສືພິມ​ສຸຂະພາບ​ຊີວິດ ​ໃຫ້​ຮູ້​ວ່າ: 700 ບົດ​ສົ່ງເຂົ້າຮ່ວມ​ການ​​ເສັງຄັ້ງນີ້ ມີ​ເນື້ອ​ໃນ​ອຸ​ສົມ​ສົມບູນ ​ແລະ ຫຼາຍ​ຮູບ​ຫຼາຍ​ສີ:

   “​ຜູ້​ເຂົ້າຮ່ວມ​ການ​ເສັງ​ໄດ້​ເຈືອ​ຈານ​ເຂົ້າກັບ​ສະພາບ​ແວດ​ລ້ອມ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​ພ້ອມ​ກັບ​ບັນດາ​ທ່ານໝໍ, ມີ​ບາງ​ຄົນ​ໄປ​ເຖິງ​ເຂດ​ພູດ​ອຍ ທຸລະກັນດານ, ມີ​ບາງ​ຄົນ​​​ໄດ້ໄປ​ເຖິງ​ເກາະ​ທ່ວຽນ​ຈາ​ຍຢູ່​ເຈື່ອງ​ຊາ, ມີ​ບາງ​ຄົນ​ໄປ​ເຖິງ​ປ້ອມ​ປ້ອງ​ກັນຊາ​ຍ​ແດນຢູ່​ທິດຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຊາດ, ສະນັ້ນ​​ໄດ້​ຄົ້ນພົບ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ. ບັນດາ​ທ່ານໝໍ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາດ​ທີ່​ສຸດ ​ແຕ່​ສຳລັບ​ເຂົາ​ເຈົ້າ​ແລ້ວ, ການ​ປົວພະຍາດ​ກູ້​ເອົາ​ຊີວິດ​ຂອງ​ມະນຸດແມ່ນ​ພັນທະ​ທີ່​ສັກກະລະ​ບູຊາ, ​ເຂົາ​ເຈົ້​າໄດ້​ອຸດ​ທິດ​ສ່ວນ​ຢ່າງ​ມີ​ຄວາມ​ໝາຍ“.

 

ຂ່າວ/ບົດ​ອື່ນ