ສະ​ເຫຼີມ​ສະຫຼອງ ວັນ​ຊາດ ສິງ​ກະ​ໂປ​ຄັ້ງ​ທີ 57

(VOVWORLD) -ທ່ານ Roy Kho Ngee Seng, ຫົວໜ້າສະຖານກົງສູນໃຫຍ່ ສ.ສິງກະໂປ ປະຈຳນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ການພົວພັນ ນັບແຕ່ເວລາສ້າງຕັ້ງການພົວພັນມາຮອດປັດຈຸບັນ, ການພົວພັນສອງຝ່າຍລະຫວ່າງສິງກະໂປ ແລະ ນະຄອນໂຮ່ຈີມິນ ຍາມໃດກໍ່ດີງາມ, ມີການພັດທະນາຢ່າງແຮງ ໃນທຸກຂົງເຂດ, ນັບແຕ່ການເມືອງ, ເສດຖະກິດຕະຫຼອດຮອດວັດທະນະທຳ, ການປ້ອງກັນຊາດ, ການສຶກສາ…
ສະ​ເຫຼີມ​ສະຫຼອງ ວັນ​ຊາດ ສິງ​ກະ​ໂປ​ຄັ້ງ​ທີ 57 - ảnh 1 ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ ພິທີ (ພາບ:TTXVN)

ຕອນຄ່ຳວັນທີ 15 ສິງຫາ, ກ່າວຄຳເຫັນທີພິທີສະເຫຼີມສະຫຼອງ 57 ປີແຫ່ງວັນຊາດ ສາທາລະນະລັດ ສິງກະໂປ (9/8/1965 – 9/8/2022), ໂດຍສະຖານກົງສູນໃຫຍ່ສິງກະໂປຈັດຂຶ້ນຢູ່ນະຄອນໂຮ່ຈີມິນ, ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເນັ້ນໜັກວ່າ: ນະຄອນໂຮ່ຈີມິນ ຫວັງວ່າສະຖານກົງສູນໃຫຍ່ ສິງກະໂປ ປະຈຳນະຄອນໂຮ່ຈີມິນຈະມານະພະຍາຍາມສົມທົບກ່ວາອີກເພື່ອປະກອບສ່ວນເຂົ້າໃນການພັດທະນາ ແລະ ຄວາມວັດທະນາຖາວອນລວມຂອງປະຊາຊົນສອງປະເທດ. ທ່ານ Roy Kho Ngee Seng, ຫົວໜ້າສະຖານກົງສູນໃຫຍ່ ສ.ສິງກະໂປ ປະຈຳນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ການພົວພັນ ນັບແຕ່ເວລາສ້າງຕັ້ງການພົວພັນມາຮອດປັດຈຸບັນ, ການພົວພັນສອງຝ່າຍລະຫວ່າງສິງກະໂປ ແລະ ນະຄອນໂຮ່ຈີມິນ ຍາມໃດກໍ່ດີງາມ, ມີການພັດທະນາຢ່າງແຮງ ໃນທຸກຂົງເຂດ, ນັບແຕ່ການເມືອງ, ເສດຖະກິດຕະຫຼອດຮອດວັດທະນະທຳ, ການປ້ອງກັນຊາດ, ການສຶກສາ…ນະຄອນໂຮ່ຈີມິນ ຍາມໃດກໍ່ແມ່ນສະຖານທີ່ນັດພົບທີ່ໝັ້ນໝາຍໃຫ້ແກ່ບັນດາວິສາຫະກິດສິງກະໂປ ເປີດກວ້າງການດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານ Roy Kho Ngee Seng ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງສິງກະໂປ ແລະ ນະຄອນໂຮ່ຈີມິນ ໃນຂົງເຂດເສດຖະກິດດີຈີຕອນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ຈະນຳກາລະໂອກາດພັດທະນາ, ຜົນປະໂຫຍດຫຼາຍຢ່າງມາໃຫ້ປະຊາຄົມວິສາຫະກິດ ແລະ ປະຊາຊົນສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ